ວັນທີ 27 ມິຖຸນາ, ຢູ່ສໍານັກງານໃຫຍ່ສະຫະປະຊາຊາດ (ສປຊ) ທີ່ນະຄອນນິວຢອກ (ອາເມລິກາ), ກອງປະຊຸມບັດດາປະເທດພາຄີຄັ້ງທີ 35 ຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) (SPLOS 135) ໄດ້ສືບຕໍ່ດຳເນີນກອງປະຊຸມປຶກສາຫາລື. ທ່ານເອກອັກຄະລັດຖະທູດ ໂດ້ຮຸງຫວຽດ ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳ ສປຊ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມປຶກສາຫາລື.
ທ່ານເອກອັກຄະລັດຖະທູດ ໂດ້ຮຸງຫວຽດ ໃຫ້ຮູ້ວ່າ: ທີ່ກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໄດ້ສະແດງຄວາມເຫັນຢ່າງເຕັມທີ່ກ່ຽວກັບການປະຕິບັດສົນທິສັນຍາ, ໃນນັ້ນມີການແກ້ໄຂການຂັດແຍ້ງສາກົນໂດຍສັນຕິວິທີ, ຍື່ນສະເໜີເອກະສານກ່ຽວກັບເຂດໄຫຼ່ທະວີບເປີດກວ້າງຢູ່ນອກບໍລິເວນ 200 ໄມທະເລຂອງຫວຽດນາມ ຢູ່ເຂດທະເລຕາເວັນອອກ ແລະ ມານະພະຍາຍາມຊຸກຍູ້ການຮ່ວມມືສາກົນເພື່ອປົກປັກຮັກສາທະເລແລະມະຫາສະໝຸດໃນພາກພື້ນ .