ຕາມທ່ານເລຂາທິການໃຫຍ່ Antonio Guterres ແລ້ວ, ກົດບັດສະຫະປະຊາຊາດແມ່ນຖະແຫຼງການກ່ຽວກັບຄວາມຫວັງ ແລະ ເປັນພື້ນຖານຂອງການຮ່ວມມືສາກົນເພື່ອໂລກທີ່ດີງາມກວ່າ.
ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres (ພາບ: The United Nations)
ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ກ່າວເຕືອນວ່າ, ກົດບັດຂອງສະຫະປະຊາຊາດພວມຖືກເມີນເສີຍຢ່າງຮ້າຍແຮງ ໃນສະພາວະເຫຼີມສະຫຼອງ 80 ປີແຫ່ງວັນເຊັນເອກະສານນີ້.
ວັນທີ 26 ມິຖຸນາ, ກ່າວຄຳເຫັນທີ່ເຫດການຂອງສະມັດຊາໃຫຍ່ສະຫະປະຊາຊາດສະເຫຼີມສະຫຼອງ 80 ປີແຫ່ງວັນເຊັນກົດບັດສະຫະປະຊາຊາດ, ທ່ານເລຂາທິການໃຫຍ່ Antonio Guterres ເນັ້ນໜັກວ່າ, ໂລກພວມເຫັນປະຈັກຕາຫຼາຍການເຄື່ອນໄຫວບຸກໂຈມຕີແນໃສ່ບັນດາຈຸດປະສົງ ແລະ ຫຼັກການຂອງກົດບັດສະຫະປະຊາຊາດ, ຈາກການນາບຂູ່ນຳໃຊ້ອາວຸດເພື່ອຕ້ານຄືນບັນດາປະເທດມີອະທິປະໄຕ; ລະເມີດກົດໝາຍສາກົນ, ລວມທັງກົດໝາຍວ່າດ້ວຍມະນຸດສະທຳສາກົນ ແລະ ກົດໝາຍວ່າດ້ວຍສິດທິມະນຸດສາກົນ; ແນໃສ່ສາມັນຊົນ ແລະ ພື້ນຖານໂຄງລ່າງພົນລະເຮືອນ ຕະຫຼອດຮອດອາວຸດເຄມີ, ທັນຍາຫານ ແລະ ນ້ຳດື່ມ; ເຮັດໃຫ້ສິດທິມະນຸດອ່ອນແອລົງ.
ຕາມທ່ານເລຂາທິການໃຫຍ່ Antonio Guterres ແລ້ວ, ກົດບັດສະຫະປະຊາຊາດແມ່ນຖະແຫຼງການກ່ຽວກັບຄວາມຫວັງ ແລະ ເປັນພື້ນຖານຂອງການຮ່ວມມືສາກົນເພື່ອໂລກທີ່ດີງາມກວ່າ.
(ແຫຼ່ງຄັດຈາກ VOV)