ຕອນບ່າຍວັນທີ 25 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດຶກເຟິກ ໄດ້ໃຫ້ການຕ້ອນຮັບທ່ານ Khalid Mohammed Sharaf, ຜູ້ອຳນວຍການໂຄງການການນຳໜຸ່ມສະຫະລັດອາຣັບ ເອມມີເລດ (UAE), ພ້ອມກັບຄະນະຜູ້ແທນທີ່ ມາ ຫວຽດນາມ ສຶກສາຕົວຈິງ, ເພີ່ມທະວີການພົບປະແລກປ່ຽນ ແລະ ແບ່ງປັນກ່ຽວກັບບັນດາບັນຫາທີ່ສອງຝ່າຍຕ່າງມີຄວາມສົນໃຈ.
ບັນຍາກາດການເຮັດວຽກ (ພາບ: VGP)
ເມື່ອແລກປ່ຽນກັບຄະນະ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ປາດຖະໜາວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດຈະສືບຕໍ່ມີບາດກ້າວພັດທະນາຢ່າງແຮງ, ໂດຍສະເພາະແມ່ນໃນບັນດາຂົງເຂດການລົງທຶນ; ພ້ອມທັງສະເໜີໃຫ້ UAE ດ້ວຍທ່າແຮງກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ, ການກໍ່ສ້າງ, ການສຶກສາ, ການລົງທຶນນັ້ນ ຈະແບ່ງປັນບົດຮຽນປະສົບການ, ການຮ່ວມມືກັບ ຫວຽດນາມ ເພື່ອຜ່ານນັ້ນ ຈະແຜ່ກະຈາຍບັນດາຄຸນຄ່າພັດທະນາແບບຍືນຍົງ.
ຜ່ານການສຶກສາຕົວຈິງຢູ່ບັນດາທ້ອງຖິ່ນ ແລະ ການເຮັດວຽກກັບບັນດາກະຊວງ, ຂະແໜງການຂອງ ຫວຽດນາມ, ບັນດາສະມາຊິກໃນຄະນະການນຳໜຸ່ມ UAE ເນັ້ນໜັກວ່າ ຫວຽດນາມ ໄດ້ສະແດງໃຫ້ໂລກເຫັນຄວາມຄາດຫວັງບືນຕົວຂຶ້ນຢ່າງແຮງ, ດ້ວຍຫຼາຍບົດຮຽນປະສົບການອັນລ້ຳຄ່າໃນການແກ້ໄຂບັນດາຄວາມຫຍຸ້ງຍາກເພື່ອຫັນປ່ຽນ, ຫັນວິກິດໃຫ້ເປັນໂອກາດພັດທະນາ, ນຳມາເຊິ່ງຄວາມຜາສຸກໃຫ້ແກ່ປະຊາຊົນ. ໂດຍຖືວ່າ ຫວຽດນາມ ແມ່ນພະຍານຫຼັກຖານທີ່ພົ້ນເດັ່ນໃຫ້ແກ່ວິໄສທັດພັດທະນາແບບຍືນຍົງ, ບັນດາການນຳໜຸ່ມ UAE ເຊື່ອໝັ້ນວ່າ ຜ່ານການຢ້ຽມຢາມຄັ້ງນີ້, ຄະນະຈະເປີດຫຼາຍຂົວເຊື່ອມຕໍ່ຕື່ມອີກເພື່ອສືບຕໍ່ພັດທະນາການພົວພັນສອງປະເທດໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)