ກອງປະຊຸມບັດດາປະເທດພາຄີຄັ້ງທີ 35 ຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) (SPLOS 135) ໄດ້ສືບຕໍ່ດຳເນີນກອງປະຊຸມປຶກສາຫາລື.
ທ່ານເອກອັກຄະລັດຖະທູດ ໂດ້ຮຸງຫວຽດ
ວັນທີ 27 ມິຖຸນາ, ຢູ່ສໍານັກງານໃຫຍ່ສະຫະປະຊາຊາດ (ສປຊ) ທີ່ນະຄອນນິວຢອກ (ອາເມລິກາ), ກອງປະຊຸມບັດດາປະເທດພາຄີຄັ້ງທີ 35 ຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) (SPLOS 135) ໄດ້ສືບຕໍ່ດຳເນີນກອງປະຊຸມປຶກສາຫາລື. ທ່ານເອກອັກຄະລັດຖະທູດ ໂດ້ຮຸງຫວຽດ ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳ ສປຊ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມປຶກສາຫາລື.
ທ່ານເອກອັກຄະລັດຖະທູດ ໂດ້ຮຸງຫວຽດ ໃຫ້ຮູ້ວ່າ: ທີ່ກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໄດ້ສະແດງຄວາມເຫັນຢ່າງເຕັມທີ່ກ່ຽວກັບການປະຕິບັດສົນທິສັນຍາ, ໃນນັ້ນມີການແກ້ໄຂການຂັດແຍ້ງສາກົນໂດຍສັນຕິວິທີ, ຍື່ນສະເໜີເອກະສານກ່ຽວກັບເຂດໄຫຼ່ທະວີບເປີດກວ້າງຢູ່ນອກບໍລິເວນ 200 ໄມທະເລຂອງຫວຽດນາມ ຢູ່ເຂດທະເລຕາເວັນອອກ ແລະ ມານະພະຍາຍາມຊຸກຍູ້ການຮ່ວມມືສາກົນເພື່ອປົກປັກຮັກສາທະເລແລະມະຫາສະໝຸດໃນພາກພື້ນ .