• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັນລະຍາຂອງທ່ານເລຂາທິການໃຫຍ່ ໂຕເລີມແລະ ຜູ້ອຳນວຍການໃຫຍ່ UNESCO Audrey Azoulay ເຂົ້າຮ່ວມງານວາງສະແດງ “ພວກເຮົາສາມາດ”

ຕອນບ່າຍວັນທີ 27 ມິຖຸນາ, ຢູ່ຫໍພິພິທະພັນແມ່ຍິງ ຫວຽດນາມ (ຮ່າໂນ້ຍ), ພັນລະຍາຂອງເລຂາທິການໃຫຍ່ ໂຕເລີ່ມ, ທ່ານນາງ ໂງເຟືອງລີ ແລະ ທ່ານ ນາງ Audrey Azoulay, ຜູ້ອຳນວຍການໃຫຍ່ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ (UNESCO), ທ່ານ ນາງ Audrey Azoulay ກໍ່ໄດ້ເຂົ້າຮ່ວມງານວາງສະແດງຮູບແຕ້ມ “ພວກເຮົາສາມາດ”, ເນື່ອງໃນໂອກາດທີ່ ທ່ານນາງ Azoulay ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ງານວາງສະແດງຮູບແຕ້ມ “ພວກເຮົາສາມາດ”

ງານວາງສະແດງໂດຍຫ້ອງການ UNESCO ຢູ່ຮ່າໂນ້ຍ ຈັດຕັ້ງ, ໄດ້ວາງສະແດງບັນດາຜົນງານເກືອບ 30 ແຜ່ນຂອງນັກສຶກສາ ແຂວງກາວບັງ, ນິງທ້ວນ ແລະ ວິງລອງ. ບັນດາຜົນງານແມ່ນບັນດາຜະລິດຕະພັນປົກກະຕິຂອງໂຄງການ “ພວກເຮົາສາມາດ” - ຂໍ້ລິເລີ່ມຮ່ວມລະຫວ່າງອົງການ UNESCO ແລະ ກະຊວງສຶກສາ ແລະ ບຳລຸງສ້າງ, ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງບັນດາເຜົ່າຢູ່ເຂດດ້ອຍໂອກາດໄດ້ຮຽນຮູ້ ແລະ ພັດທະນາຮອບດ້ານ.

     ກ່າວຄຳເຫັນທີ່ງານວາງສະແດງ, ທ່ານນາງ Audrey Azoulay ຜູ້ອຳນວຍການໃຫຍ່ UNESCO ໄດ້ຮັບຮູ້ຄຳໝັ້ນສັນຍາອັນໃຫຍ່ຫຼວງຂອງຫວຽດນາມ ໃນບັນດາຈຸດໝາຍຂອງ UNESCO, ພິເສດແມ່ນໃນບັນດາຂົງເຂດສຶກສາກວມລວມ ແລະ ພັດທະນາແບບຍືນຍົງ. ທ່ານນາງ ໂງເຟືອງລີ ແລະ  ທ່ານນາງ Audrey Azoulay ຜູ້ອຳນວຍການໃຫຍ່ UNESCO ໄດ້ເປັນເອກະພາບວ່າ ການສຶກສາແມ່ນເຄື່ອງມືສຳຄັນເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ຊີ້ນຳການຮ່ວມມືໄລຍະຍາວລະຫວ່າງ ຫວຽດນາມ ແລະ UNESCO.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ເນັ້ນໜັກເຖິງປັດໄຈພື້ນຖານວິທະຍາສາດໃນການປົກປັກຮັກສາ ແລະ ພັດທະນາທະເລ ແລະ ມະຫາສະໝຸດ

ຫວຽດນາມ ເນັ້ນໜັກເຖິງປັດໄຈພື້ນຖານວິທະຍາສາດໃນການປົກປັກຮັກສາ ແລະ ພັດທະນາທະເລ ແລະ ມະຫາສະໝຸດ

ກອງປະຊຸມບັດດາປະເທດພາຄີຄັ້ງທີ 35 ຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) (SPLOS 135) ໄດ້ສືບຕໍ່ດຳເນີນກອງປະຊຸມປຶກສາຫາລື.

Top