• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ ໄທເປ (ຈີນ) ຍົກເລີກການເຄື່ອນໄຫວຊ້ອມຮົບຜິດກົດໝາຍຢູ່ເກາະ ບາບິ່ງ

ເລື່ອງ ໄທເປ (ຈີນ) ສືບຕໍ່ຈັດການຊ້ອມຮົບຍິງລູກປືນແທ້ຢູ່ເຂດອ້ອມຂ້າງເກາະ ບາບິ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ ແມ່ນລະເມີດອະທິປະໄຕເຂດນ້ຳແດນດິນຂອງ ຫວຽດນາມ ຢ່າງຮ້າຍແຮງ ສຳລັບໝູ່ເກາະນີ້

ເລື່ອງ ໄທເປ (ຈີນ) ສືບຕໍ່ຈັດການຊ້ອມຮົບຍິງລູກປືນແທ້ຢູ່ເຂດອ້ອມຂ້າງເກາະ ບາບິ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ ແມ່ນລະເມີດອະທິປະໄຕເຂດນ້ຳແດນດິນຂອງ ຫວຽດນາມ ຢ່າງຮ້າຍແຮງ ສຳລັບໝູ່ເກາະນີ້.

    

ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ. (ພາບ: TTXVN)

ວັນທີ 11 ມີນາ, ເມື່ອຕອບຄຳຖາມຕໍ່ນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ ໄທເປ (ຈີນ) ດຳເນີນການຊ້ອມຮົບຍິງລູກປືນແທ້ຢູ່ເກາະ ບາບິ່ງ, ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງວ່າ, ຫວຽດນາມ ມີຫຼັກຖານດ້ານນິຕິກຳ ແລະ ພະຍານຫຼັກຖານທາງປະຫວັດສາດຢ່າງພຽງພໍ ເພື່ອຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ. ເລື່ອງ ໄທເປ (ຈີນ) ສືບຕໍ່ຈັດການຊ້ອມຮົບຍິງລູກປືນແທ້ຢູ່ເຂດອ້ອມຂ້າງເກາະ ບາບິ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ ແມ່ນລະເມີດອະທິປະໄຕເຂດນ້ຳແດນດິນຂອງ ຫວຽດນາມ ຢ່າງຮ້າຍແຮງ ສຳລັບໝູ່ເກາະນີ້, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ; ກໍ່ຄວາມເຄັ່ງຕຶງ ແລະ ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກ ສັບສົນຂຶ້ນຕື່ມ.

        ທ່ານນາງ ເລທິທູຮັ່ງ ຢືນຢັນວ່າ, ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ ໄທເປ (ຈີນ) ຍົກເລີກການເຄື່ອນໄຫວຊ້ອມຮົບຢ່າງຜິດກົດໝາຍດັ່ງກ່າວ ແລະ ຮຽກຮ້ອງບໍ່ປະຕິບັດການຊ້ອມຮົບໃນອະນາຄົດຕື່ມອີກ.

(ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…

Top