• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຄົາລົບນັບຖືການຊ່ວຍເຫຼືອທີ່ແທດຈິງ, ທັນການຂອງເພື່ອນມິດສາກົນໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19

      ນັບແຕ່ຊຸມວັນທຳອິດທີ່ໂລກລະບາດໂຄວິດ - 19 ແຜ່ລະບາດໃນທົ່ວໂລກ ແລະ ຢູ່ພາຍໃນປະເທດ, ຫວຽດນາມ ໄດ້ຮັບການໜູນຊ່ວຍ, ຊ່ວຍເຫຼືອອັນລ້ຳຄ່າຈາກປະຊາຊົນ, ລັດຖະບານບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນກ່ຽວກັບການປະກອບວັດຖຸ, ອຸປະກອນການແພດ ຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ. ການຊ່ວຍເຫຼືອທີ່ເຕັມໄປດ້ວຍນ້ຳຈິດມິດໃຈນັ້ນ ໄດ້ປະກອບສ່ວນເຂົ້າໃນຜົນສຳເລັດຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19.
ງວດວັກຊິນ Moderna ທີ່ ອາເມລິກາ ຊ່ວຍເຫຼືອໃຫ້  ຫວຽດນາມ (ພາບ: WHO)
      ວັນທີ 21 ກໍລະກົດ, ຕາມແຫຼ່ງຂ່າວຈາກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ຊຸມວັນທຳອິດທີ່ໂລກລະບາດໂຄວິດ - 19 ແຜ່ລະບາດໃນທົ່ວໂລກ ແລະ ຢູ່ພາຍໃນປະເທດ, ຫວຽດນາມ ໄດ້ຮັບການໜູນຊ່ວຍ, ຊ່ວຍເຫຼືອອັນລ້ຳຄ່າຈາກປະຊາຊົນ, ລັດຖະບານບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນກ່ຽວກັບການປະກອບວັດຖຸ, ອຸປະກອນການແພດ ຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ. ການຊ່ວຍເຫຼືອທີ່ເຕັມໄປດ້ວຍນ້ຳຈິດມິດໃຈນັ້ນ ໄດ້ປະກອບສ່ວນເຂົ້າໃນຜົນສຳເລັດຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19.
        ໃນສະພາບການໂລກລະບາດສືບຕໍ່ມີການຜັນແປຢ່າງສັບສົນ, ປະກົດມີໄວຣັດກາຍພັນໃໝ່ຫຼາຍລຸ້ນທີ່ອັນຕະລາຍກວ່າ ແລະ ມີລະດັບການແຜ່ລາມໄວກວ່າ, ລັດຖະບານ ຫວຽດນາມ ຢືນຢັນວ່າ ການສຳຜັດກັບວັກຊິນແຫຼ່ງຕ່າງໆ ແລະ ດຳເນີນບັ້ນສັກວັກຊິນໃນວົງກວ້າງ ແມ່ນມາດຕະການສຳຄັນ ແລະ ຮີບດ່ວນ. ບົນພື້ນຖານນັ້ນ, ວຽກງານ “ການທູດວັກຊິນ” ຈຶ່ງໄດ້ຮັບການຜັນຂະຫຍາຍ ແລະ ບັນລຸໄດ້ບັນດາໝາກຜົນສຳຄັນ ໃນນັ້ນ ຫວຽດນາມ ໄດ້ຮັບວັກຊິນກັນພະຍາດໂຄວິດ - 19 ກວ່າ 8 ລ້ານໂດສ ໃນຈຳນວນວັກຊິນທັງໝົດທີ່ໄດ້ໃຫ້ຄຳໝັ້ນສັນຍາແມ່ນ 150 ລ້ານໂດສ ໂດຍຜ່ານການເຈລະຈາຊື້ ແລະ ອຸປະຖຳ.
        ພັກ, ລັດ, ລັດຖະບານ  ແລະ ປະຊາຊົນ ຫວຽດນາມ ຍາມໃດກໍເຄົາລົບນັບຖືຕໍ່ການຊ່ວຍເຫຼືອທີ່ແທດຈິງ, ທັນການຂອງເພື່ອນມິດສາກົນໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top