• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມ AMM – 54 ດ້ວຍຂໍ້ສະເໜີ ແລະ ຂໍ້ລິເລີ່ມຫຼາຍຢ່າງ

      ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດ , ຫົວໜ້າເຈົ້າໜ້າທີ່ອາວຸໂສ ອາຊຽນ ຫວຽດນາມ ໄດ້ແລກປ່ຽນກັບສື່ມວນຊົນກ່ຽວກັບບັນດາຈຸດພົ້ນເດັ່ນ ກໍ່ຄືບັນດາຂໍ້ລິເລີ່ມ, ຂໍ້ສະເໜີຂອງ ຫວຽດນາມ ທີ່ກອງປະຊຸມ.
ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດ , ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ອາຊຽນ ຫວຽດນາມ (ພາບ: TTXVN)
      ພາຍຫຼັງການເຮັດວຽກມາເປັນເວລາ 5 ວັນຢ່າງມີປະສິດທິຜົນ ແລະ ຕັ້ງໜ້າ (ນັບແຕ່ວັນທີ 2 -6 ສິງຫາ 2021), ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 54 ດຳເນີນແບບທາງໄກ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ເຊິ່ງບັນລຸໄດ້ໝາກຜົນຫຼາຍຢ່າງ. ກອງປະຊຸມລວມມີ ກ່ວາ 20 ກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືໃນຂອບເຂດ ອາຊຽນ +1, ອາຊຽນ+3, ກອງປະຊຸມຂັ້ນສູງ ອາຊີຕາເວັນອອກ (EAS) ແລະ ເວທີປາໄສໃນພາກພື້ນ ອາຊຽນ (ARF).
      ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດ , ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ອາຊຽນ ຫວຽດນາມ ໄດ້ແລກປ່ຽນກັບສື່ມວນຊົນກ່ຽວກັບບັນດາຈຸດພົ້ນເດັ່ນ ກໍ່ຄືບັນດາຂໍ້ລິເລີ່ມ, ຂໍ້ສະເໜີຂອງ ຫວຽດນາມ ທີ່ກອງປະຊຸມ.
      ທ່ານ ຫງວຽນກ໊ວກຢຸງ ໃຫ້ຮູ້ວ່າ, ຫວຽດນາມ ເຂົ້າຮ່ວມ AMM – 54 ດ້ວຍຖານະເປັນປະທານປະຕິບັດສຳເລັດໜ້າທີ່ດຳລົງຕຳແໜ່ງເປັນປະທານອາຊຽນ 2020 ດ້ວຍຂໍ້ສະເໜີ ແລະ ຂໍ້ລິເລີ່ມຫຼາຍຢ່າງ. ຕາມຄວາມຈິງແລ້ວ, ບັນດາຂໍ້ສະເໜີ, ຂໍ້ລິເລີ່ມ ໂດຍຫວຽດນາມ ຍົກອອກມາໃນປີ 2020 ໄດ້ຮັກສາໃນບັນດາໂຄງການດຳເນີນງານຂອງ ອາຊຽນ, ໃນນັ້ນພິເສດແມ່ນບັນຫາ ຕິດພັນການຮ່ວມມືອະນຸພາກພື້ນ ກັບບັນດາໂຄງການ່ຮວມມືຂອງ ອາຊຽນ.
      ຕາມທ່ານ ຫງວຽນກ໊ວກຢຸງ ແລ້ວ, ກອງປະຊຸມຄັ້ງນີ້ ໄດ້ດຳເນີນໃນຈຸດເວລາພິເສດ, ອາຊຽນພວມປະເຊີນໜ້າກັບສິ່ງທ້າທາຍນາໆປະການ, ອາດເວົ້າໄດ້ວ່າມີຄວາມຫຍຸ້ງຍາກທີ່ສຸດ. ນັ້ນແມ່ນການແຜ່ລະບາດຮອບໃໝ່ຂອງໂລກລະບາດໂຄວິດ - 19, ກໍ່ຄືການແກ້ງແຍ່ງດ້ານຍຸດທະສາດທີ່ນັບມື້ນັບຮ້າຍແຮງລະຫວ່າງບັນດາປະເທດໃຫຍ່, ສະພາບການສັບສົນຢູ່ ທະເລຕາເວັນອອກ ແລະ ສະພາບການຢູ່ມຽນມາ. ຕໍ່ໜ້າສະພາບການດັ່ງກ່າວ, ຈຸດພົ້ນເດັ່ນເຊິ່ງ ກອງປະຊຸມບັນລຸ ໄດ້ເປັນການຢັ້ງຢືນວ່າ ຍິ່ງຫຍຸ້ງຍາກ ຄວາມຮັບຮູ້ກ່ຽວກັບຄຸນຄ່າຂອງ ອາຊຽນ ຍິ່ງເພີ່ມຂຶ້ນ.
      ກ່ຽວກັບໂລກລະບາດໂຄວິດ - 19, ອາຊຽນຢັ້ງຢືນຄືນການສືບຕໍ່ບັນດາແຜນການຮ່ວມມືເຊິ່ງກັນແລະກັນ. ອາຊຽນໄດ້ຮັບຄຳໝັ້ນສັນຍາຫຼາຍຢ່າງຈາກບັນດາປະເທດຄູ່ຮ່ວມມື ໃນການໜູນຊ່ວຍອາຊຽນຜ່ານຜ່າໂລກລະບາດ. ອາຊຽນກໍ່ໄດ້ຮັບວັກຊິນກັນໂຄວິດ - 19 ນັບມື້ນັບຫຼາຍຂຶ້ນ ແລະ ບັນດາແຜນການເພື່ອຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top