• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບ ສປຊ: ສືບຕໍ່ຢັ້ງຢືນອິດທິພົນ, ກຳລັງຄວາມສາມາດຂອງໂຮງໝໍກາງສະໜາມ ຫວຽດນາມ

      ຕອນເຊົ້າວັນທີ 26 ພະຈິກ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີສົ່ງພະນັກງານ, ພາລະກອນ ໂຮງໝໍກາງສະໜາມຂັ້ນ 2 ເລກ 2 ເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຊູດານ (ຄັ້ງທີ 2).  

ທ່ານພົນເຮືອເອກ ຫງວຽນຈ້ອງບິ່ງເປັນກຳລັງໃຈໃຫ້ແກ່ພະນັກງານ, ພາລະກອນ ໂຮງໝໍກາງສະໜາມຂັ້ນ 2 ເລກ 2
ເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຊູດານ (ພາບ: TTXVN)
      ກ່າວຄຳເຫັນຢູ່ທີ່ນີ້, ທ່ານພົນເຮືອເອກ ຫງວຽນຈ້ອງບິ່ງ ໄດ້ເຊື່ອໝັ້ນວ່າ ບັນດາພະນັກງານ, ພາລະກອນ ໂຮງໝໍກາງສະໜາມຈະປະຕິບັດໜ້າທີ່ທີ່ໄດ້ມອບໝາຍໃຫ້ເປັນຢ່າງດີ, ສືບຕໍ່ບັນລຸໄດ້ບັນດາຜົນງານຂອງກຳລັງເສນາຮັກ ເວົ້າລວມ ແລະ ໂຮງໝໍກາງສະໜາມ ຂັ້ນ  ເລກ 2  ເວົ້າສະເພາະ. ຄຽງຄູ່ກັບການປະຕິບັດໜ້າທີ່ວິຊາສະເພາະ, ບັນດາພະນັກງານ, ທ່ານໝໍ, ພາລະກອນການແພດຂອງໂຮງໝໍຕ້ອງຮັບປະກັນຄວາມປອດໄພ, ປະກອບສ່ວນເຂົ້າໃນການສ້າງພາບພົດ, ທີ່ຕັ້ງບົດບາດຂອງ ກອງທັບ ຫວຽດນາມ ໃນສາຍຕາຂອງເພື່ອນມິດສາກົນ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top