• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ

ອາຊຽນ ໄດ້ສະແດງໃຫ້ເຫັນບົດບາດ ແລະ ຄວາມດູດດື່ມຂອງຕົນ ດ້ວຍເລື່ອງນັບມື້ນັບມືຫຼາຍປະເທດເຂົ້າຮ່ວມສົນທິສັນຍາເປັນມິດ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດ້ຫວຽດຮຸ່ງ (ພາບປະກອບ: TTXVN)

ວັນທີ 04 ກັນຍາ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ກ່ອນທີ່ດຳເນີນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ. ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດ້ຫວຽດຮຸ່ງ ນຳໜ້າເຂົ້າຮ່ວມກອງປະຊຸມ.   

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Masurdi ເນັ້ນໜັກວ່າ, ອາຊຽນ ໄດ້ສະແດງໃຫ້ເຫັນບົດບາດ ແລະ ຄວາມດູດດື່ມຂອງຕົນ ດ້ວຍເລື່ອງນັບມື້ນັບມືຫຼາຍປະເທດເຂົ້າຮ່ວມສົນທິສັນຍາເປັນມິດ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC) ແລະ ກາຍເປັນຄູ່ຮ່ວມມືຂອງ ອາຊຽນ, ໄດ້ສະແດງໃຫ້ເຫັນ “ກຳລັງແຮງເຕົ້າໂຮມ” ຂອງ ອາຊຽນ ແລະ ຄວາມຮັບຮູ້ຢ່າງກ້ວາງຂວາງກ່ຽວກັບມາດຕະຖານ ແລະ ຄຸນຄ່າຂອງອາຊຽນ.

ພ້ອມກັບບັນດາໝາກຜົນທີ່ບັນລຸໄດ້ນັ້ນ, ທ່ານນາງລັດຖະມົນຕີການຕ່າງປະເທດ  Retno ໃຫ້ຮູ້ວ່າ: ອາຊຽນ ຍັງປະເຊີນໜ້າກັບບັນດາສິ່ງທ້າທາຍຫຼາຍຢ່າງ, ໃນນັ້ນມີສະພາບການຢູ່ ມຽນມາ, ໃນນັ້ນ ອິນໂດເນເຊຍ ມີບົດບາດເປັນປະທານ ອາຊຽນ ພວມພະຍາຍາມຊຸກຍູ້ຄວາມເປັນເອກະພາບໃນການແກ້ໄຂ. ທ່ານນາງຍັງເນັ້ນໜັກວ່າ  ອາຊຽນ ພຽງສາມາດກ້າວຂຶ້ນດ້ວຍກຳລັງແຮງທັງໝົດ ຖ້າຫາກສາມາດຮັບປະກັນແກ້ໄຂສັນຕິພາບ ແລະ ຍາວນານຢູ່ ມຽນມາ.

(ແຫຼ່ງຄັດຈາກ VOV)

ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ ເສດ​ຖະ​ກິດສີ​ເງິນ

ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ “ເສດ​ຖະ​ກິດສີ​ເງິນ”

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງຈຸດສຸມໃນການກະທຳພັດທະນາ “ເສດຖະກິດສີເງິນ”.

Top