• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມຄະນະກຳມະການຫຼຸດຜ່ອນກຳລັງທັບ ແລະ ປ້ອງກັນຄວາມສະຫງົບສາກົນ

      ແຕ່ວັນທີ 02 – 10 ຕຸລາ, ຢູ່ສຳນັກງານສະຫະປະຊາຊາດ, ໄດ້ດຳເນີນກອງປະຊຸມປຶກສາຫາລືລວມຂອງຄະນະກຳມະການ ແລະ ປ້ອງກັນຄວາມສະຫງົບສາກົນ (ຄະນະກຳມະການ 1), ໃນຂອບເຂດກອງປະຊຸມ ຄັ້ງທີ 72 ຂອງສະມັດຊາໃຫຍ່ສະຫະປະຊາຊາດ. 

ເອກອັກຄະລັດຖະທູດ ຫງວຽນເຟືອງງາ ທີ່ກອງປະຊຸມ 
      ກ່າວເປີດກອງປະຊຸມ, ທ່ານປະທານກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ Miroslav Lajcak ໄດ້ຕັ້ງຂໍ້ສັງເກດວ່າໜຶ່ງໃນບັນດາສິ່ງທ້າທາຍໃຫຍ່ ຊຶ່ງໂລກພວມຕ້ອງປະເຊີນໜ້ານັບແຕ່ສະໄໝສົງຄາມເຢັນແມ່ນວິກິດການອາວຸດນິວເຄຼຍ, ພ້ອມທັງຮຽກຮ້ອງບັນດາປະເທດເພີ່ມທະວີຄຳໝັ້ນສັນຍາການເມືອງ ເພື່ອນແນໃສ່ຊຸກຍູ້ບັນດາຄວາມມານະພະຍາຍາມຫຼຸດຜ່ອນກຳລັງທັບ ແລະ ຕ້ານການແຜ່ຂະຫຍາຍອາວຸດນິວເຄຼຍ ບົນພື້ນຖານສົນທິສັນຍາຫ້າມອາວຸດນິວເຄຼັຍ. ໃນບົດກ່າວປາໄສຂອງຜູ້ຕາງໜ້າບັນດາປະເທດຕ່າງໆ ໄດ້ເນັ້ນໜັກວ່າ ຈຳເປັນຕ້ອງຊຸກຍູ້ບັນດາພາກພື້ນໃຫ້ປອດອາວຸດນິວເຄຼັຍ, ເພີ່ມທະວີບັນດາກົນໄກສາກົນ ເພື່ອຄວບຄຸມອາວຸດນິວເຄຼຍ ແລະ ອາວຸດລ້າງຜານທຸກປະເພດ.
        ກ່າວຄຳເຫັນທີ່ການປຶກສາຫາລື, ທ່ານເອກອັກຄະລັດຖະທູດ ຫງວຽນເຟືອງຫງາ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳສະຫະປະຊາຊາດ, ຢັ້ງຢືນວ່າ ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການຫຼຸດຜ່ອນກຳລັງທັບ ແລະ ຕ້ານການແຜ່ຂະຫຍາຍອາວຸດນິວເຄຼຍ; ເຊີດຊູລັດທິຫຼາຍຝ່າຍບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ, ຖືນັ້ນແມ່ນຫຼັກການສຳຄັນໃນການເຈລະຈາ ແລະ ແມ່ນວິທີການສຳຜັດຊ່ວຍສ້າງຄວາມໄວ້ເນື້ອເຊື່ອໃຈໃນການແກ້ໄຂບັນດາບັນຫາສາກົນຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top