• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມການນໍາຮັບຜິດຊອບດ້ານປ້ອງກັນຄວາມສະຫງົບ ຢູ່ ລັດເຊຍ

ວັນທີ 18 ມິຖຸນາ, ກອງປະຊຸມສາກົນປະຈໍາປີ ການນໍາຮັບຜິດຊອບດ້ານປ້ອງກັນຄວາມສະຫງົບ ຄັ້ງທີ 10 ຖືກໄຂຂຶ້ນຢູ່ນະຄອນ Ufa, ເມືອງເອກຂອງລັດ Bashkortostan, ສະຫະພັນລັດເຊຍ. ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີຜູ້ແທນນັບຮ້ອຍໆຄົນທີ່ມາຈາກ 120 ປະເທດ ແລະ ຜູ້ຕາງໜ້າ ສປຊ.  ຄະນະຜູ້ແທນຫວຽດນາມ ໂດຍທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕໍາຫຼວດ ນໍາໜ້າຄະນະເຂົ້າຮ່ວມກອງປະຊຸມ.
ພາຍໃນ 3 ວັນດໍາເນີນກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນດາເນື້ອໃນຄື: ຮັບປະກັນຄວາມສະຫງົບແຫ່ງຊາດ ແລະ ພັດທະນາເສດຖະກິດສັງຄົມແບບຍືນຍົງ ຂອງບັນດາປະເທດໃນສະພາບທີ່ໄພນາບຂູ່ສັງລວມພວມເພີ່ມຂຶ້ນ; ການຮ່ວມມືສາກົນໃນຂົງເຂດ ຮັບມືກັບກໍລະນີມະນຸດສະທໍາຢ່າງຮີບດ່ວນ ແລະ ບັນດາແງ່ຫວັງຂອງວຽກງານດັ່ງກ່າວ ໃນໄລຍະປັດຈຸບັນ ເພື່ອແນໃສ່ຮັກສາສະຖຽນລະພາບຍຸດທະສາດ.

ທ່ານລັດຖະມົນຕີ ໂຕເລິມ ກ່າວປາໄສ  ທີ່ກອງປະຊຸມ (ພາບ: TTXVN)

 ທີ່ກອງປະຊຸມ, ທ່ານລັດຖະມົນຕີ ໂຕເລິມ ໄດ້ມີບົດກ່າວປາໄສສໍາຄັນ ກ່ຽວກັບສະພາບການຕົວຈິງ, ບັນດາໄພນາບຂູ່ເຖິງຄວາມໝັ້ນຄົງສາກົນ. ທ່ານລັດຖະມົນຕີ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍກຽມພ້ອມ ຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ, ຮ່ວມມື ແລະ ແບ່ງປັນບົດຮຽນກັບບັນດາອົງການປະຕິບັດກົດໝາຍ, ບັນດາອົງການຈັດຕັ້ງສາກົນ ເພື່ອພ້ອມກັນເພີ່ມທະວີແຫຼ່ງກໍາລັງ ແລະ ຄວາມສາມາດ ໃນການຮັບປະກັນຄວາມສະຫງົບແຫ່ງຊາດ ແລະ ພັດທະນາເສດຖະກິດ - ສັງຄົມແບບຍືນຍົງ, ປະກອບສ່ວນຮັກສາສະຖຽນລະພາບ, ສັນຕິພາບໃນໂລກ, ໃນພາກພື້ນ ແລະ ຢູ່ແຕ່ລະປະເທດ.

        ຢູ່ນອກກອງປະຊຸມ, ທ່ານລັດຖະມົນຕີ ໂຕເລິມ ໄດ້ມີການພົບປະກັບຜູ້ຕາງໜ້າບັນດາຄະນະຜູ້ແທນ ຈີນ, ລາວ, ກໍາປູເຈຍ ແລະ ມົງໂກນ ແລະ ມີການເຮັດວຽກກັບທ່ານຜູ້ຮັກສາການປະທານາທິບໍດີ ລັດ Bashkortostan Radi Khabirow.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມທາງໄກສະໄໝສາມັນປະຈຳເດືອນ ພຶດສະພາ ຂອງລັດຖະບານກັບບັນດາທ້ອງຖິ່ນ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມທາງໄກສະໄໝສາມັນປະຈຳເດືອນ ພຶດສະພາ ຂອງລັດຖະບານກັບບັນດາທ້ອງຖິ່ນ

ສະພາບການເສດຖະກິດ - ສັງຄົມ ໃນ 5 ເດືອນຂອງທົ່ວປະເທດ ສືບຕໍ່ມີການຫັນປ່ຽນຢ່າງຕັ້ງໜ້າ.

Top