• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຢູ່ພາກພື້ນຕາເວັນອອກາງ ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈ, ບໍ່ມີການກະທຳເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ
ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: laodong.vn)

ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ ຫວ່າງມໍ່ໆມານີ້ ອິດສະຣາແອັນ ໄດ້ບຸກໂຈມຕີທາງອາກາດແນໃສ່ກຳລັງ ຮາມາດສ ຢູ່ນະຄອນຫຼວງ ໂດຮາ, ປະເທດ ກາຕາ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ, ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈ, ບໍ່ມີການກະທຳເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ກົດບັດຂອງສະຫະປະຊາຊາດ ຢ່າງເຂັ້ມງວດ, ສ້າງສະພາບແວດລ້ອມທີ່ສະດວກເພື່ອດຳເນີນການເຈລະຈາຂໍ້ຕົກລົງຢຸດຍິງຢ່າງສິ້ນເຊິງ, ຍືນຍົງສຳລັບການປະທະກັນລະຫວ່າງ ອິດສະຣາແອັນ - ປາແລັດສະຕິນ. ຄຳຢືນຢັນດັ່ງກ່າວໄດ້ຍົກອອກມາທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ທີ່ຈັດຂຶ້ນໃນຕອນບ່າຍວັນທີ 11 ກັນຍາ, ຢູ່ ຮ່າໂນ້ຍ.

ກ່ຽວກັບສະພາບການຊາວ ຫວຽດນາມ ຢູ່ ກາຕາ, ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ, ປະຈຸບັນຍັງບໍ່ທັນມີຂ່າວກ່ຽວກັບພົນລະເມືອງ ຫວຽດນາມ ຖືກຜົນສະທ້ອນ. ສະຖານທູດ ຫວຽດນາມ ປະຈຳ ກາຕາ ພວມຕິດຕາມສະພາບການຢ່າງໃກ້ຊິດ ແລະ ພ້ອມແລ້ວທີ່ຈະມີມາດຕະການປົກປ້ອງພົນລະເມືອງຖ້າມີຄວາມຈຳເປັນ ເມື່ອມີກໍລະນີພົນລະເມືອງ ຫວຽດນາມ ປະສົບກັບຄວາມຫຍຸ້ງຍາກ.

(ແຫຼ່ງຄັດຈາກ VOV)

ASEAN Cup 2026: ຫວຽດນາມ ປ້ອງກັນແຊັມໄດ້ຢ່າງສໍາເລັດຜົນ

ASEAN Cup 2026: ຫວຽດນາມ ປ້ອງກັນແຊັມໄດ້ຢ່າງສໍາເລັດຜົນ

ຄ່ຳຄືນວັນທີ 26 ສິງຫາ 2026, ທີມຊາດ ຫວຽດນາມ (ເສື້ອແດງ) ໄດ້ສະເໝີກັບ ທີມຊາດ ໄທ (ເສື້ອສີຟ້າ) ດ້ວຍຜົນຄະແນນ 2 – 2 ໃນການແຂ່ງຂັນຮອບຊີງຊະນະເລີດ ນັດທີສອງ ASEAN Cup 2026 ທີ່ຈັດຂຶ້ນຢູ່ ສະໜາມກິລາແຫ່ງຊາດ ໝີດິ່ງ (ຮ່າໂນ້ຍ). ລວມຜົນການແຂ່ງຂັນ 2 ນັດ, ທີມຊາດຫວຽດນາມ ໄດ້ຊະນະດ້ວຍຜົນໄລ່ລວມ 4 – 2, ປ້ອງກັນແຊັມ ASEAN Cup ໄດ້ຢ່າງສໍາເລັດຜົນ.

Top