ຕອນເຊົ້າວັນທີ 01 ຕຸລາ, ທີ່ ຮ່າໂນ້ຍ, ຄະນະເລຂາແຫ່ງຊາດ APEC 2027, ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບກະຊວງການຕ່າງປະເທດ ອາເມລິກາ ໄດ້ຈັດກອງປະຊຸມສຳມະນາ “ກະກຽມໃຫ້ປີ APEC 2027: ຍົກສູງກຳລັງຄວາມສາມາດໃນການຈັດຕັ້ງ ແລະ ສົມທົບກັນ”. ການເຄື່ອນໄຫວຄັ້ງນີ້ ສຸມໃສ່ວຽກງານຈັດຕັ້ງ, ບໍລິຫານ ແລະ ການປະສານສົມທົບ, ດ້ວຍການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການ, ບັນດາອະນຸກຳມະການ APEC 2027 ແລະ ບັນດາທ້ອງຖິ່ນ, ພ້ອມກັບການຮ່ວມເດີນທາງຂອງ ຄະນະເລຂາ APEC ສາກົນ ແລະ ບັນດາຄູ່ຮ່ວມມື.
ທີ່ກອງປະຊຸມສຳມະນາໃນວັນທີ 01 – 02 ຕຸລາ, ບັນດາຜູ້ແທນໄດ້ແລກປ່ຽນບົດຮຽນການຈັດຕັ້ງ, ບໍລິຫານ, ການສົມທົບກັນ ລະຫວ່າງບັນດາອົງການ ແລະ ການແກ້ໄຂບັນດາກໍລະນີທີ່ເກີດຂຶ້ນໃໝ່. ບັນດາທ້ອງຖິ່ນສຸມໃສ່ເຮັດແຈ້ງບັນດາຄຳຮຽກຮ້ອງທີ່ຈຳເປັນສຳລັບວຽກງານກະກຽມ, ຈາກນັ້ນ ກໍ່ເປັນເຈົ້າການສ້າງເນື້ອໃນທີ່ເໝາະສົມ, ໝູນໃຊ້ບັນດາການເຄື່ອນໄຫວ APEC ເພື່ອແນະນຳຄວາມສາມາດບົ່ມຊ້ອນ, ທ່າແຮງ, ວັດທະນະທຳ ແລະ ຊາວທ້ອງຖິ່ນ ໄປເຖິງຜຸ້ແທນພາຍໃນປະເທດ ແລະ ສາກົນ.
ຕາມ ທ່ານ ຫງວຽນມິງຫວູ, ຮອງລັດຖະມົນຕີຜູ້ປະຈຳການ ກະຊວງການຕ່າງປະເທດ ຫວຽດນາມ ແລ້ວ, ການເປັນເຈົ້າພາບປີ APEC 2027 ແມ່ນໜ້າທີ່ການຕ່າງປະເທດຈຸດສຸມຂອງ ຫວຽດນາມ ແຕ່ນີ້ຮອດປີ 2030, ເຊິ່ງຮຽກຮ້ອງໃຫ້ວຽກງານກະກຽມ ແລະ ຈັດຕັ້ງ ຕ້ອງສົມກັບຄວາມໝາຍ, ຂອບຂະໜາດຂອງເຫດການ. ທ່ານກ່າວວ່າ:
ພວກຂ້າພະເຈົ້າໄດ້ສົມທົບກັບຄະນະເລຂາ APEC ສາກົນ, ກັບບັນດາປະເທດສະມາຊິກ APEC ຢ່າງແໜ້ນແຟ້ນ. ເຂົາເຈົ້າຕັ້ງຫວັງວ່າ ອີກເທື່ອໜຶ່ງ ຫວຽດນາມ ຈະສະແດງໃຫ້ເຫັນບົດບາດນຳພາ ແລະ ກໍ່ຕີລາຄາ ຫວຽດນາມ ແມ່ນສະມາຊິກທີ່ມີຜົນສະທ້ອນໃນ APEC ແລະ ເປັນໜຶ່ງໃນສະມາຊິກຈຳນວນໜ້ອຍ ທີ່ໄດ້ເປັນເຈົ້າພາບ APEC ເຖິງ 3 ຄັ້ງ. ເຂົາເຈົ້າເຊື່ອໝັ້ນວ່າ ດ້ວຍການກະກຽມຄືແນວນັ້ນ, ດ້ວຍຄວາມຕັດສິນໃຈ ແລະ ດ້ວຍການຮ່ວມມື, ການສົມທົບກັນຢ່າງແໜ້ນແຟ້ນຂອງບັນດາປະເທດສະມາຊິກ APEC ນັ້ນ, ຫວຽດນາມ ຈະຮັບປະກັນໄດ້ ປີ APEC ທີ່ປະສົບຜົນສຳເລັດ.







