
ການສີດຢາຂ້າເຊື້ອໃນທົ່ວບໍລິເວນໂຮງຮຽນແຫ່ງຕ່າງໆ (ພາບ: TTXVN)
ຕອນເຊົ້າວັນທີ 15 ກຸມພາ, ຄະນະປະຕິບັດງານຂອງກະຊວງສາທາລະນະສຸກ ຫວຽດນາມ ໄດ້ມີການເຮັດວຽກກັບ ໜ່ວຍປະຕິບັດວຽກງານປ້ອງກັນ, ຕ້ານເຊື້ອພະຍາດ Covid - 19 ຢູ່ເມືອງ ບິ່ງຊວຽນ, ແຂວງຫວິງຟຸກ ເພື່ອແນະນໍາ, ໜູນຊ່ວຍກໍານົດເຂດເກີດການຕິດເຊື້ອພະຍາດ ແລະ ແຍກຕົວ ຢູ່ຕາແສງ ເຊີນໂລຍ ແລະ ບັນດາຕາແສງທີ່ມີຜູ້ຕິດເຊື້ອ Covid – 19. ປັດຈຸບັນ, ຢູ່ເມືອງ ບິ່ງຊວຽນ ໄດ້ມີໜ່ວຍປະຕິບັດງານເຮັດວຽກ ຕະຫຼອດ 24 ຊົ່ວໂມງ ເພື່ອໃຫ້ການໜູນຊ່ວຍປ້ອງກັນ ແລະ ປິ່ນປົວ. ບັນດາກໍລະນີທີ່ຢູ່ຄອບຄົວດຽວກັນກັບຜູ້ຕິດເຊື້ອ ຫຼື ສໍາຜັດໃກ້ກັບຜູ້ຕິດເຊື້ອ Covid - 19 ແມ່ນໄດ້ແຍກຕົວອອກຢູ່ຕ່າງຫາກແລ້ວ.
ໃນຂະນະນັ້ນ, ຢູ່ແຂວງກວ໋າງນິງ, ວຽກງານປ້ອງກັນ, ຕ້ານເຊື້ອພະຍາດ Covid - 19 ກໍໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ. ຢູ່ວິທະຍາໄລ ຖ່ານຫີນ ແຮ່ທາດຫວຽດນາມ ກໍ່ໄດ້ຈັດຕັ້ງການສີດຢາຂ້າເຊື້ອໃນທົ່ວບໍລິເວນໂຮງຮຽນ; ວັດອຸນຫະພູມໃຫ້ແກ່ນັກສຶກສາປະຈໍາວັນ. ນາງ ກົງທິເຟືອງຖ໋າວ ເລຂາຄະນະຊາວໜຸ່ມວິທະຍາໄລ ຖ່ານຫີນ ແຮ່ທາດຫວຽດນາມ ໃຫ້ຮູ້ວ່າ:
“ຄະນະຊາວໜຸ່ມຂອງໂຮງຮຽນ ໄດ້ໂຄສະນາກ່ຽວກັບການຮັກສາສຸຂະພາບໃຫ້ແກ່ຊາວໜຸ່ມ, ສະມາຊິກຊາວໜຸ່ມ, ພະນັກງານ, ກໍາມະກອນຂອງໂຮງຮຽນ ເຮັດແນວໃດ ເພື່ອສາມາດຄວບຄຸມເຊື້ອພະຍາດດັ່ງກ່າວໄດ້ເປັນຢ່າງດີທີ່ສຸດ. ບັນດາການເຄື່ອນໄຫວທັງໝົດນີ້ ລ້ວນແຕ່ໄດ້ຮັບການສະໜັບສະໜູນ, ຄວາມສົນໃຈ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງຊາວໜຸ່ມ, ສະມາຊິກຊາວໜຸ່ມຂອງໂຮງຮຽນ”.
(ແຫຼ່ງຄັດຈາກ VOV)