• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສຳເລັດບົດລາຍງານເດືອນເປັນປະທານຄວາມໝັ້ນຄົງ ສະຫະປະຊາຊາດໂດຍໄວ

      ວັນທີ 16 ເມສາ, ຄະນະເລຂາທິການ ສປຊ ໄດ້ປະກາດບົດລາຍງານ ເດືອນເປັນປະທານສະພາຄວາມໝັ້ນຄົງ ສປຊ ຂອງ ຫວຽດນາມ ຂຶ້ນໃນລະບົບເອກະສານທາງການຂອງ ສປຊ.

ຫວຽດນາມໄດ້ເປັນປະທານການຖະແຫຼງຂ່າວກ່ຽວກັບບັນດາການເຄື່ອນໄວຂອງສະພາຄວາມໝັ້ນຄົງ ສປຊ ໃນເດືອນ ມັງກອນ 2020
      ບົດລາຍງານໄດ້ສຳຫຼວດກວດກາຄືນ, ສະໜອງຂໍ້ມູນຂ່າວສານໂດຍຫຍໍ້ ແລະ ຕີລາຄາທຸກໆການເຄື່ອນໄຫວເຊິ່ງຫວຽດນາມໄດ້ຜັນຂະຫຍາຍໃນເດືອນເປັນປະທານ ເຊິ່ງແມ່ນເດືອນ ມັງກອນ 2020. ຕາມນັ້ນແລ້ວ, ຂໍ້ມູນກ່ຽວກັບ 14 ກອງປະຊຸມເປີດ ແລະ 13 ກອງປະຊຸມປິດລັບ, ການປຶກສາຫາລືໃນບັນດາບັນຫາຮ້ອນເຮັ່ງຢູ່ ອາຟຼິກກາ, ອາຊີ, ຕາເວັນອອກກາງ, ເອີລົບ, ທະວີບອາເມລິກາ ແລະ ບັນດາບັນຫາ, ຫົວຂໍ້ທີ່ກ່ຽວຂ້ອງເຖິງການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນໄດ້ຮັບການອັບເດດຢ່າງໂປ່ງໃສ ແລະ ລະອຽດ.
            ຕາມກົດລະບຽບແລ້ວ, ບັນດາປະເທດທີ່ດຳລົງຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງ ສປຊ, ພາຍຫຼັງສິ້ນສຸດອາຍຸການແມ່ນ ມີໜ້າທີ່ຄວາມຮັບຜິດຊອບຮຽບຮຽງບົດລາຍງານກ່ຽວກັບການເຄື່ອນໄຫວຂອງຕົນໃນເດືອນເປັນປະທານ. ຫວຽດນາມໄດ້ແລກປ່ຽນກັບບັນດາປະເທດຕ່າງໆທີ່ເປັນສະມາຊິກສະພາຄວາມໝັ້ນຄົງ ສປຊ ກໍ່ຄືຄະນະເລຂາທິການ ສປຊໃນວິວັດການຂຽນ, ປັບປຸງບົດລາຍງານ. ພາຍຫຼັງ ສິ້ນສຸດອາຍຸການເປັນປະທານ ໃນໄລຍະ 2 ເດືອນ, ວັນທີ 31 ມີນາ ປີ 2020 ຫວຽດນາມໄດ້ປະຕິບັດສຳເລັດບົດລາຍງານ ແລະ ສົ່ງເຖິງຄະນະເລຂາທິການສປຊເພື່ອຂຶ້ນເລກທີສຳເນົາເປັນເອກະສານທາງການຂອງ ສະພາຄວາມໝັ້ນຄົງ ສປຊ.
 (ແຫຼ່ງຄັດຈາກ VOV)

COP28: ອາເມລິກາ ໃຫ້ຄຳໝັ້ນສັນຍາປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ

COP28: ອາເມລິກາ ໃຫ້ຄຳໝັ້ນສັນຍາປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ

ຄະນະບໍລິຫານກອງທຶນດິນຟ້າອາກາດ ສີຂຽວໃຫ້ຮູ້ວ່າ: ກອງທຶນນີ້ໄດ້ຮັບຄຳໝັ້ນສັນຍາປະກອບຈຳນວນເງິນ 9,3 ຕື້ໂດລາສະຫະລັດຂອງ 25 ປະເທດໃນໂລກ

Top