• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະເໜີ ສະຫະລັດອາເມລິກາ ສ້າງຄວາມສະດວກໃຫ້ແກ່ການສົ່ງອອກໝາກໄມ້ສົດ

ນີ້ແມ່ນການຢືນຢັນຂອງ ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດຖັ່ງຫາຍ ໃນຕອນບ່າຍວັນທີ 27 ກຸມພາ, ຢູ່ຮ່າໂນ້ຍ
  ກອງປະຊຸມລະຫວ່າງສອງຝ່າຍ (ພາບ:ກະຊວງການຄ້າ ຫວຽດນາມ)  

ສະຫະລັດອາເມລິກາ ເປັນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນແຖວໜ້າ ຂອງຫວຽດນາມ, ດັ່ງນັ້ນ, ຫວຽດນາມ ປາດຖະໜາຢາກໃຫ້ສອງຝ່າຍຮັກສາການພົວພັນດ້ານເສດຖະກິດການຄ້າໃຫ້ພັດທະນາຢ່າງໝັ້ນຄົງ, ສືບຕໍ່ນຳການພົວພັນຄູ່ຮ່ວມມືຮອບດ້ານເຂົ້າສູ່ລວງເລິກ, ແທດຈິງ. ນີ້ແມ່ນການຢືນຢັນຂອງ ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດຖັ່ງຫາຍ ໃນຕອນບ່າຍວັນທີ 27 ກຸມພາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບຄະນະຜູ້ແທນ ກະຊວງກະສິກຳ ສະຫະລັດອາເມລິກາ (USDA) ໂດຍ ທ່ານນາງ Jenifer Lester Moffitt, ຮອງລັດຖະມົນຕີ ຜູ້ຮັບຜິດຊອບໂຄງການ Marketing ແລະ ການດັດສົມ ສະຫະລັດອາເມລິກາ ແລະ ທ່ານນາງ Alexis Taylor, ຮອງລັດຖະມົນຕີ ຜູ້ຮັບຜິດຊອບ ການຄ້າ ແລະ ການຕ່າງປະເທດ ສະຫະລັດອາເມລິກາ ເປັນຫົວໜ້ານຳໜ້າຄະນະຜູ້ແທນ.

ໂດຍກ່ຽວຂ້ອງເຖິງບັນຫາການຄ້າຜະລິດຕະພັນກະເສດ, ທ່ານ ໂດຖັ່ງຫາຍ ສະເໜີໃຫ້ ກະຊວງກະສິກຳ ສະຫະລັດອາເມລິກາ ບູລິມະສິດຊຸກຍູ້ຂັ້ນຕອນອະນຸມັດພື້ນຖານການສາຍແສງ ເພື່ອສ້າງຄວາມສະດວກໃຫ້ແກ່ການສົ່ງອອກໝາກໄມ້ສົດ ຂອງຫວຽດນາມ ໄປຍັງ ສະຫະລັດອາເມລິກາ; ສົມທົບກັນ, ສ້າງເງື່ອນໄຂຄວາມສະດວກເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວສົ່ງເສີມການຄ້າ ຜະລິດຕະພັນກະເສດ ຢູ່ສະຫະລັດອາເມລິກາ, ໂດຍສະເພາະແມ່ນຜະລິດຕະພັນໝາກໄມ້ສົດ, ຜະລິດຕະພັນກະເສດອັດກະປ໋ອງ. ພິເສດ, ເພີ່ມທະວີການແບ່ງປັນປະສົບການໃນການສ້າງນະໂຍບາຍ, ການປະຕິບັດລະບຽບກົດໝາຍ, ພິເສດໃນການກວດກາ ການເຄື່ອນໄຫວຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕາມຂໍ້ກຳນົດ (IUU).

(ແຫຼ່ງຄັດຈາກ VOV)

ມະຫາໄຊລະດູບານໃໝ່ 1975 ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງປະຫວັດສາດຂອງຊາດ ຫວຽດນາມ

ມະຫາໄຊລະດູບານໃໝ່ 1975 ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງປະຫວັດສາດຂອງຊາດ ຫວຽດນາມ

ທ່ານປະທານປະເທດ ຢືນຢັນວ່າ ມະຫາໄຊລະດູບານໃໝ່ 1975, ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງປະຫວັດສາດນັບພັນປີແຫ່ງການຕໍ່ສູ້, ສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຊາດ ຫວຽດນາມ.

Top