• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະເໜີ ປ່ຽນໃໝ່ແບບວິທີການເຄື່ອນໄຫວຂອງຄະນະກຳມາທິການແມ່ນ້ຳຂອງສາກົນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ເລກົງແທັ່ງ ເນັ້ນໜັກວ່າ ຄະນະກຳມາທິການຕ້ອງສຸມໃສ່ບັນດາມາດຕະການແທດຈິງ, ມີລັກສະນະບຸກທະລຸ ເພື່ອແນໃສ່ປົກປັກຮັກສາສິດ ແລະ ຜົນປະໂຫຍດອັນເປັນທຳຂອງປະຊາຊົນທີ່ດຳລົງຊີວິດອີງໃສ່ແຫຼ່ງຊັບພະຍາກອນນ້ຳຈາກແມ່ນ້ຳຂອງ;
  ກອງປະຊຸມຈັດຂຶ້ນຢູ່ນະຄອນຫຼວງ ວຽງຈັນ  

ວັນທີ 4 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ສປປ ລາວ, ໄດ້ຈັດກອງປະຊຸມລັດຖະມົນຕີ ດ້ວຍການເຂົ້າຮ່ວມຂອງບັນດາຜູ້ຕາງໜ້າຂອງປະເທດສະມາຊິກ ( ຫວຽດນາມ, ກຳປູເຈຍ, ລາວ ແລະ ໄທ), ບັນດາຄູ່ຮ່ວມເຈລະຈາ ຈີນ ແລະ ມຽນມາ, ບັນດາຄູ່ຮ່ວມມືພັດທະນາ, ບັນດາອົງການສາກົນ ແລະ ພາກພື້ນ, ບັນດາອົງການສັງຄົມ ແລະ ປະຊາຄົມໃນເຂດອ່າງແມ່ນ້ຳຂອງ. ຄະນະຜູ້ແທນ ຫວຽດນາມ ນຳໂດຍທ່ານ ເລກົງແທັ່ງ, ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມກອງປະຊຸມ. ທີ່ກອງປະຊຸມ, ບັນດາປະເທດສະມາຊິກເຫັນດີເປັນເອກະພາບກ່ຽວກັບຮ່າງຖະແຫຼງການຮ່ວມຂອງກອງປະຊຸມ - ຖະແຫຼງການ ວຽງຈັນ ເພື່ອຍື່ນສະເໜີຕໍ່ການນຳສຸດຍອດທີ່ກອງປະຊຸມຂັ້ນສູງຄະນະກຳມາທິການແມ່ນ້ຳຂອງສາກົນ ໃນວັນທີ 5 ເມສາ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ເລກົງແທັ່ງ ເນັ້ນໜັກວ່າ ຄະນະກຳມາທິການຕ້ອງສຸມໃສ່ບັນດາມາດຕະການແທດຈິງ, ມີລັກສະນະບຸກທະລຸ ເພື່ອແນໃສ່ປົກປັກຮັກສາສິດ ແລະ ຜົນປະໂຫຍດອັນເປັນທຳຂອງປະຊາຊົນທີ່ດຳລົງຊີວິດອີງໃສ່ແຫຼ່ງຊັບພະຍາກອນນ້ຳຈາກແມ່ນ້ຳຂອງ; ຮັບປະກັນບັນດາການເຄື່ອນໄຫວນຳໃຊ້ນ້ຳໃນເຂດອ່າງແມ່ນ້ຳຂອງ ເພື່ອບໍ່ສົ່ງຜົນກະທົບຫຼາຍເຖິງກະແສນ້ຳທຳມະຊາດ ແລະ ທຸກການພັດທະນາຄວນມຸ່ງໄປເຖິງສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງຂອງປະຊາຊົນເຂດແຄມແມ່ນ້ຳເຖິງວ່າຢູ່ປະເທດໃດກໍ່ຕາມ.

ກອງປະຊຸມໄດ້ເຫັນດີເປັນເອກະພາບກ່ຽວກັບຮ່າງຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດຄັ້ງທີ 4 ຂອງຄະນະກຳມາທິການແມ່ນ້ຳຂອງສາກົນ ເພື່ອຍື່ນສະເໜີຕໍ່ບັນດານາຍົກລັດຖະມົນຕີທີ່ກອງປະຊຸມສຸດຍອດເຊິ່ງຈັດຂຶ້ນໃນວັນທີ 5 ເມສາ.

 

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top