• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ສະວິດສືບຕໍ່ເຮັດໃຫ້ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນເລິກເຊິ່ງກ່ວາອີກ, ຊຸ້ກຍູ້ການຮ່ວມມືໃຫ້ແກ່ໄລຍະຫຼັງໂຄວິດ - 19

      ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ, ທ່ານຮອງປະທານາທິບໍດີ , ລັດຖະມົນຕີກະຊວງການຕ່າງປະເທດ ສະວິດ Ignazio Cassis  ເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫ່ວາງວັນທີ 4 - 6 ສິງຫາ 2021.
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານຮອງປະທານາທິບໍດີ , ລັດຖະມົນຕີກະຊວງການຕ່າງປະເທດ ສະວິດ Ignazio Cassis (ພາບ: baoquocte.vn)
      ຕອນເຊົ້າວັນທີ 5 ສິງຫາ, ທີ່ການເຈລະຈາຢູ່ ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານ ບຸຍແທັງເຊີນ  ແລະ ທ່ານ Ignazio Cassis ໄດ້ຢັ້ງຢືນການພົວພັນລະຫວ່າງ ຫວຽດນາມ ແລະ ສະວິດ ພວມພັດທະນາອັນດີງາມໃນຫຼາຍຂົງເຂດ.
ເພື່ອສືບຕໍ່ພັດທະນາກ່ວາການພົວພັນສອງຝ່າຍ ໃຫ້ສົມກັບກຳລັງຄວາມສາມາດຂອງສອງລັດ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງ ລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຜ່ານນັ້ນເຮັດໃຫ້ຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນເລິກເຊິ່ງກ່ວາອີກ, ຊຸກຍູ້ການຮ່ວມມືຢ່າງແທ້ຈິງໃຫ້ແກ່ໄລຍະຫຼັງໂລກລະບາດໂຄວິດ - 19
ສອງຝ່າຍສືບຕໍ່ຢັ້ງຢືນແຜນນະໂຍບາຍສ້າງສະພາບແວດລ້ອມແຫ່ງສັນຕິພາບໃຫ້ແກ່ປະຊາຄົມວິສາຫະກິດສອງປະເທດເປີດກວ້າງການຮ່ວມມື, ລົງທຶນ, ດຳເນີນທຸລະກິດ ຢູ່ຕະຫຼາດຂອງກັນ, ແບ່ງປັນຄວາມມານະພະຍາຍາມສິ້ນສຸດການເຈລະຈາສັນຍາການຄ້າ ເສລີລະຫວ່າງ ຫວຽດນາມ ແລະ ສະມາຄົມການຄ້າເສລີ ເອີລົບ (EFTA) ໂດຍໄວ…
ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ບຸ່ຍແທັງເຊີນກໍ່ສະເໜີ ລັດຖະບານ ສະວິດສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ ສະວິດ ເຊື່ອມຕົວໃຫ້ເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງ ສະວິດ, ກໍ່ຄືເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top