• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ສະຖານທີ່ລົງທຶນທີ່ມີຄວາມສາມາດບົ່ມຊ້ອນແກ່ການລົງທຶນຂຽວ ແລະ ຫັນເປັນດີຈີຕອນ

ໃນໄລຍະ ແຕ່ 5 - 10 ປີຈະມາເຖິງ, ຫວຽດນາມ ຈະກາຍເປັນປະເທດທີ່ມີການຫັນເປັນດີຈີຕອນຢ່າງວ່ອງໄວ.
  ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນກວັກແຄ໊ງ (ພາບ: TTXVN)  

 ວັນທີ 30 ມີນາ, ເວທີປາໄສການລົງທຶນ ຫວຽດນາມ ດ້ວຍຫົວຂໍ້ “ສັງກາດໃໝ່ກ່ຽວກັບການຫັນເປັນດີຈີຕອນ ແລະ ການຫັນປ່ຽນສີຂຽວ” ຖືກຈັດຂຶ້ນຢູ່ ລອນດອນ ເພື່ອແນໃສ່ຊຸກຍູ້ສົ່ງເສີມການລົງທຶນຕ່າງປະເທດເວົ້າລວມ ແລະ ການລົງທຶນຂອງ ອັງກິດ ເຂົ້າ ຫວຽດນາມ ເວົ້າສະເພາະໃນສະພາບທີ່ ຫວຽດນາມ ເປີດປະຕູເຄື່ອນໄຫວຄືນໃໝ່ພາຍຫຼັງໂລກລະບາດ.

ທີ່ເວທີປາໄສ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນລົງທຶນໃສ່ເຕັກໂນໂລຢີດີຈີຕອນ, ເຕັກໂນໂລຢີການເງິນ, ພະລັງງານຜະລິດຄືນໃໝ່, ການຫັນເປັນສີຂຽວຂອງ ຫວຽດນາມ ກໍຄືກາລະໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ໄດ້ສຳຜັດກັບແຫຼ່ງການເງິນຈາກ ອັງກິດ ລົງທຶນເຂົ້າບັນດາໂຄງການພັດທະນາສີຂຽວ.

ຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ ໃນການພັດທະນາການຫັນເປັນດີຈີຕອນ - ໜຶ່ງໃນບັນດາຫົວຂໍ້ຕົ້ນຕໍຂອງເວທີປາໄສຄັ້ງນີ້, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນກວັກແຄ໊ງ ໃຫ້ຂໍ້ສັງເກດວ່າ ໃນໄລຍະ ແຕ່ 5 - 10 ປີຈະມາເຖິງ, ຫວຽດນາມ ຈະກາຍເປັນປະເທດທີ່ມີການຫັນເປັນດີຈີຕອນຢ່າງວ່ອງໄວ. ທ່ານຢັ້ງຢືນວ່າ ໄປພ້ອມກັບການຂະຫຍາຍຕົວແຮງກ່ຽວກັບການຊຳລະທາງອອນລາຍ ໂດຍມີການເຂົ້າຮ່ວມຂອງຫຼາຍບໍລິສັດເຕັກໂນໂລຢີການເງິນໄລຍະຜ່ານມາ, ຫວຽດນາມ ມີຄວາມໝັ້ນໃຈທີ່ສຸດ ເພື່ອມຸ່ງໄປເຖິງເປົ້າໝາຍຫັນເປັນດີຈີຕອນຢ່າງແທດຈິງໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ, ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ​ປ້ອ​ງ​ກັນ​ຄວາມ​ສະ​ຫງົບ ຫວຽດ​ນາມ - ກຳ​ປູ​ເຈຍ

ສືບ​ຕໍ່​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ, ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ​ປ້ອ​ງ​ກັນ​ຄວາມ​ສະ​ຫງົບ ຫວຽດ​ນາມ - ກຳ​ປູ​ເຈຍ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ສອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ, ໜູນ​ຊ່ວຍ​ກັນ​ໃນ​ການ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ຢູ່​ແຕ່​ລະ​ປະ​ເທດ.

Top