ຂ່າວສານ

ຫວຽດນາມ - ສະຖານທີ່ລົງທຶນທີ່ມີຄວາມສາມາດບົ່ມຊ້ອນແກ່ການລົງທຶນຂຽວ ແລະ ຫັນເປັນດີຈີຕອນ

ໃນໄລຍະ ແຕ່ 5 - 10 ປີຈະມາເຖິງ, ຫວຽດນາມ ຈະກາຍເປັນປະເທດທີ່ມີການຫັນເປັນດີຈີຕອນຢ່າງວ່ອງໄວ.
  ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນກວັກແຄ໊ງ (ພາບ: TTXVN)  

 ວັນທີ 30 ມີນາ, ເວທີປາໄສການລົງທຶນ ຫວຽດນາມ ດ້ວຍຫົວຂໍ້ “ສັງກາດໃໝ່ກ່ຽວກັບການຫັນເປັນດີຈີຕອນ ແລະ ການຫັນປ່ຽນສີຂຽວ” ຖືກຈັດຂຶ້ນຢູ່ ລອນດອນ ເພື່ອແນໃສ່ຊຸກຍູ້ສົ່ງເສີມການລົງທຶນຕ່າງປະເທດເວົ້າລວມ ແລະ ການລົງທຶນຂອງ ອັງກິດ ເຂົ້າ ຫວຽດນາມ ເວົ້າສະເພາະໃນສະພາບທີ່ ຫວຽດນາມ ເປີດປະຕູເຄື່ອນໄຫວຄືນໃໝ່ພາຍຫຼັງໂລກລະບາດ.

ທີ່ເວທີປາໄສ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນລົງທຶນໃສ່ເຕັກໂນໂລຢີດີຈີຕອນ, ເຕັກໂນໂລຢີການເງິນ, ພະລັງງານຜະລິດຄືນໃໝ່, ການຫັນເປັນສີຂຽວຂອງ ຫວຽດນາມ ກໍຄືກາລະໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ໄດ້ສຳຜັດກັບແຫຼ່ງການເງິນຈາກ ອັງກິດ ລົງທຶນເຂົ້າບັນດາໂຄງການພັດທະນາສີຂຽວ.

ຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ ໃນການພັດທະນາການຫັນເປັນດີຈີຕອນ - ໜຶ່ງໃນບັນດາຫົວຂໍ້ຕົ້ນຕໍຂອງເວທີປາໄສຄັ້ງນີ້, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນກວັກແຄ໊ງ ໃຫ້ຂໍ້ສັງເກດວ່າ ໃນໄລຍະ ແຕ່ 5 - 10 ປີຈະມາເຖິງ, ຫວຽດນາມ ຈະກາຍເປັນປະເທດທີ່ມີການຫັນເປັນດີຈີຕອນຢ່າງວ່ອງໄວ. ທ່ານຢັ້ງຢືນວ່າ ໄປພ້ອມກັບການຂະຫຍາຍຕົວແຮງກ່ຽວກັບການຊຳລະທາງອອນລາຍ ໂດຍມີການເຂົ້າຮ່ວມຂອງຫຼາຍບໍລິສັດເຕັກໂນໂລຢີການເງິນໄລຍະຜ່ານມາ, ຫວຽດນາມ ມີຄວາມໝັ້ນໃຈທີ່ສຸດ ເພື່ອມຸ່ງໄປເຖິງເປົ້າໝາຍຫັນເປັນດີຈີຕອນຢ່າງແທດຈິງໃນໄລຍະຈະມາເຖິງ.


top