• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສວມບົດບາດສຳຄັນເຂົ້າໃນຜົນສຳເລັດລວມຂອງ GEF 6

      ກອງປະຊຸມຄັ້ງທີ 6 ຂອງສະມັດຊາໃຫຍ່ກອງທຶນສິ່ງແວດລ້ອມທົ່ວໂລກ (GEF6) ແລະ ບັນດາເຫດການທີ່ກ່ຽວຂ້ອງຢູ່ນະຄອນ ດ່າໜັງ (ຫວຽດນາມ) ດຳເນີນໃນລະຫວ່າງວັນທີ 23 – 28 ມິຖຸນາ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. 

ຫວຽດນາມ ສວມບົດບາດສຳຄັນເຂົ້າໃນຜົນສຳເລັດລວມຂອງ GEF 6
      ກອງປະຊຸມຄັ້ງນີ້, ບັນດາການນຳຂັ້ນສູງ, ການນຳບັນດາອົງການສິ່ງແວດລ້ອມຂອງກ່ວາ 180 ປະເທດ; ອົງການຈັດຕັ້ງ, ອົງການການເງິນສາກົນ, ບັນດານັກຊ່ຽວຊານ, ນັກປາຖະກະຖາໄດ້ປຶກສາຫາລືກ່ຽວກັບບັນດາບັນຫາສິ່ງແວດລ້ອມຂອງໂລກໃຫ້ແກ່ການເຄື່ອນໄຫວໃນອາຍຸການ 4 ປີຕໍ່ໄປ.
        ເລື່ອງຈັດຕັ້ງກອງປະຊຸມສະມັດຊາໃຫຍ່ GEF 6 ໄດ້ສະແດງໃຫ້ເຫັນການເຕີບໃຫຍ່ຢ່າງແຮງຂອງ ຫວຽດນາມ ໃນການເຊື່ອມໂຍງກັບສິ່ງແວດລ້ອມທົ່ວໂລກ ແລະ ການພັດທະນາແບບຍືນຍົງ. ກໍ່ຜ່ານກອງປະຊຸມຄັ້ງນີ້, ຫວຽດນາມ ໄດ້ຢັ້ງຢືນວ່າແມ່ນປະເທດທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ, ໃຫ້ຄຳໝັ້ນສັນຍາຮ່ວມແຮງຮ່ວມໃຈກັບບັນດາອົງການຈັດຕັ້ງສາກົນ ແລະ ປະເທດຕ່າງໆໃນທົ່ວໂລກ ກ່ຽວກັບວຽກງານແກ້ໄຂບັນດາສິ່ງທ້າທາຍກ່ຽວກັບສິ່ງແວດລ້ອມທົ່ວໂລກ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top