• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ສປປ.ເກົາຫຼີ: ການພົວພັນມີມາແຕ່ດົນນານ ແລະ ສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາກວ່າອີກ

ການຢ້ຽມຢາມ ຫວຽດນາມ ຄັ້ງທໍາທິດຂອງການນໍາຂັ້ນສູງສຸດຂອງພັກ, ລັດ ສປປ.ເກົາຫຼີ ພາຍຫຼັງໄລຍະເວລາ 55 ປີ ແມ່ນຂີດໝາຍໃໝ່ທີ່ມີຄວາມໝາຍສໍາຄັນໃນປະຫວັດສາດແຫ່ງການພົວພັນລະຫວ່າງສອງພັກ, ສອງລັດ ອັນໄດ້ສະແດງໃຫ້ເຫັນຫຼັກໝັ້ນຂອງພັກ, ລັດ ສປປ.ເກົາຫຼີ ແມ່ນຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ.
ວັນທີ 1 ມີນາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຈັດງານລ້ຽງຢ່າງສົມກຽດ ເພື່ອຕ້ອນຮັບທ່ານ Kim Jong-un ປະທານພັກແຮງການ ສປປ.ເກົາຫຼີ, ປະທານຄະນະກໍາມະການປ້ອງກັນປະເທດ ແຫ່ງ ສປປ.ເກົາຫຼີ  ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ສປປ.ເກົາຫຼີ ເນື່ອງໃນໂອກາດມາຢ້ຽມຢາມສັນຖະວະໄມຕີຫວຽດນາມຢ່າງເປັນທາງການ.

ທ່ານປະທານ ສປປ.ເກົາຫຼີ  Kim Jong-un ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງທີ່ງານລ້ຽງ (ພາບ:TTXVN)

   ກ່າວຄໍາເຫັນທີ່ງານລ້ຽງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຖືວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງທໍາທິດຂອງການນໍາຂັ້ນສູງສຸດຂອງພັກ, ລັດ ສປປ.ເກົາຫຼີ ພາຍຫຼັງໄລຍະເວລາ 55 ປີ ແມ່ນຂີດໝາຍໃໝ່ທີ່ມີຄວາມໝາຍສໍາຄັນໃນປະຫວັດສາດແຫ່ງການພົວພັນລະຫວ່າງສອງພັກ, ສອງລັດ ອັນໄດ້ສະແດງໃຫ້ເຫັນຫຼັກໝັ້ນຂອງພັກ, ລັດ ສປປ.ເກົາຫຼີ ແມ່ນຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ ແລະ ຍິ່ງມີຄວາມໝາຍຂຶ້ນຕື່ມ ເມື່ອສອງປະເທດພວມມຸ່ງໄປສູ່ການສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນເດືອນ ມັງກອນ 2020.

        “ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດພວກເຮົາ ໂດຍທ່ານປະທານໂຮ່ຈີມິນ ແລະ ປະທານ Kim il Sung ໄດ້ກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງ ໂດຍຜ່ານຜ່າສິ່ງທົດສອບຫຼາຍຢ່າງ ແລະໄດ້ຮັບການສືບທອດຮັກສາ ແລະ ເສີມຂະຫຍາຍຈາກການນໍາ ແລະ ປະຊາຊົນສອງປະເທດລຸ່ນຕ່າງໆຢ່າງບໍ່ຢຸດຢັ້ງ.  ຜ່ານການຢ້ຽມຢາມຫວຽດນາມ ຄັ້ງນີ້ ຂອງທ່ານ Kim Jong-un, ດ້ວຍຄວາມເອົາໃຈໃສ່ຂອງການນໍາ ແລະ ປະຊາຊົນສອງປະເທດ, ພວກເຮົາມີພະຍານຫຼັກຖານຢ່າງພຽງພໍເພື່ອເຊື່ອແນວແນວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມນັ້ນ ຈະສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາດີກວ່າອີກ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ໃນໂລກ”.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top