• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ

      ຕອນບ່່າຍວັນທີີ 5 ກັນຍາ, ຢູ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສປປ.ລາວ ປະຈໍາຫວຽດນາມ ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ທາງການທູດຢູ່ຫວຽດນາມ.

ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສປປ.ລາວ ປະຈໍາຫວຽດນາມ (ພາບ: www.qdnd.vn)
      ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວັນລິກ ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ການພົວພັນຮ່ວມມືລະຫວ່່າງສອງປະເທດພັດທະນາຢ່າງໝັ້ນຄົງເຂັ້ມແຂງ; ໃນນັ້ນ ການຮ່ວມມືດ້ານປ້ອງກັນຊາດໄດ້ຮັບຖືວ່າ ແມ່ນເສົາຄໍ້າສໍາຄັນໃນການພົວພັນລະຫວ່າງສອງປະເທດ. ໃນໄລຍະຈະມາເຖິງ ທ່ານພົນເອກ ໂງຊວັນລິກ ສະເໜີໃຫ້ ກະຊວງປ້ອງກັນປະເທດສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນເພື່ອປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງຂອງແຕ່ລະປະເທດ ແລະ ຮັກສາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
        ທ່ານເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ ຕີລາຄາສູງຕໍ່ການພັດທະນາຂອງຫວຽດນາມ ແລະ ເນັ້ນໜັກເຖິງ ບົດບາດຂອງຫວຽດນາມໃນເວທີສາກົນ, ພາກພື້ນ; ຢັ້ງຢືນບັນດາຜົນສໍາເລັດທີ່ບັນລຸໄດ້ໃນໄລຍະຜ່ານມາ, ຫວຽດນາມໄດ້ຊ່ວຍເຫຼືອ ແລະ  ແມ່ນແຫຼ່ງກໍາລັງໜູນ ແລະ  ການຊ່ວຍເຫຼືອສໍາຄັນໃນການພັດທະນາຂອງລາວ. ໃນຖານະຕໍາແໜ່ງໃໝ່ຂອງຕົນ ທ່ານໝັ້ນໝາຍວ່າ ຈະສືບຕໍ່ປະກອບສ່ວນ ແລະ ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນມິດຕະພາບ, ຄວາມສາມັກຄີີແບບພິເສດລະຫວ່າງຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.
 (ແຫຼ່ງຄັດຈາກ VOV)
 

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top