• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.


  ທີ່ການພົບປະເຈລະຈາລະຫວ່າງທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ (ພາບ: TTXVN)  

ຕອນບ່າຍວັນທີ 10 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ໃນການເດີນທາງໄປຢ້ຽມຢາມ ລາວ ຢ່າງເປັນທາງການ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.

ທີ່ການພົບປະເຈລະຈາລະຫວ່າງທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ການນຳ 2 ທ່ານໄດ້ເຫັນດີສຸມໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງ 2 ປະເທດ, ໃນນັ້ນມີຂໍ້ຕົກລົງກ່ຽວກັບແຜນການຮ່ວມມືລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ ປີ 2023, ຂໍ້ຕົກລົງກ່ຽວກັບຍຸດທະສາດການຮ່ວມມື ຫວຽດນາມ - ລາວ ໄລຍະ 2021 – 2025; ເຫັນດີສືບຕໍ່ຮັກສາການຢ້ຽມຢາມ, ພົບປະຂັ້ນສູງ ແລະ ທຸກຂັ້ນໄລຍະ 2021 – 2025; ເພີ່ມທະວີການແລກປ່ຽນ, ສົມທົບກັນໃນບັນດາບັນຫາຍຸດທະສາດທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະ ການພັດທະນາ; ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ, ຄື: ການສຶກສາ - ບຳລຸງສ້າງ, ວິທະຍາສາດ, ການຫັນເປັນດີຈີຕອນ…

ທີ່ການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ, ທ່ານປະທານປະເທດ ຫວໍວັງເຖືອງ ຢືນຢັນວ່າ, ຫວຽດນາມ ພ້ອມແລ້ວຈະໜູນຊ່ວຍ

ລາວ ປະຕິບັດສຳເລັດບັນດາການເຄື່ອນໄຫວພົວພັນກັບຕ່າງປະເທດສຳຄັນໃນໄລຍະຈະມາເຖິງ, ໃນນັ້ນມີກອງປະຊຸມຂັ້ນສູງສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທຳອິດ (ຄາດວ່າຈະຈັດຂຶ້ນຢູ່ ລາວ ໃນປີ 2023) ແລະ ການຮັບດຳລົງຕຳແໜ່ງປະທານກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ປີ 2024 ໃຫ້ບັນລຸຜົນສຳເລັດ.

  (ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານປະທານສູນກາງແນວລາວສ້າງຊາດ ສິນລະວົງ ຄຸດໄພທູນ)  

ຕອນບ່າຍວັນດຽວກັນຢູ່ນະຄອນຫຼວງວຽງຈັນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານປະທານສູນກາງແນວລາວສ້າງຊາດ ສິນລະວົງ ຄຸດໄພທູນ.

ຢູ່ທີ່ນີ້, ທ່ານປະທານປະເທດ ຫວໍວັງເຖືອງ ໄດ້ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ ກັບຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາຄູ່ຮ່ວມມືຕ່າງໆຂອງ ຫວຽດນາມ ໃນໄລຍະຜ່ານມາ, ພິເສດແມ່ນເລື່ອງ 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມືໄລຍະ 2022 – 2026. ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ສູນກາງແນວລາວສ້າງຊາດ ຈົ່ງສົມທົບກັບຝ່າຍ ຫວຽດນາມ ຢ່າງແໜ້ນແຟ້ນ ປະຕິບັດບັນດາຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນໃນບັນດາຂົງເຂດຂອງແນວໂຮມ, ການຂົນຂວາຍປະຊາຊົນ, ສາສະໜາ, ຊົນເຜົ່າ ແລະ ຍູ້ແຮງການໂຄສະນາໃນປະຊາຊົນທຸກຊັ້ນວັນນະກ່ຽວກັບມູນເຊື້ອປະຫວັດສາດຂອງສາຍພົວພັນແບບພິເສດ ຫວຽດນາມ - ລາວ.

(ແຫຼ່ງຄັດຈາກ VOV)

ຫ​ວຽດ​ນາມ ພວມ​ຕິດ​ຕາມ​ກຳ​ປັ່ນຊ້​ຽງ​ຢາງ​ຮົງ 10 ຂອງ​ ຈີນ

ຫ​ວຽດ​ນາມ ພວມ​ຕິດ​ຕາມ​ກຳ​ປັ່ນຊ້​ຽງ​ຢາງ​ຮົງ 10 ຂອງ​ ຈີນ

ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງຈີນ ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ.

Top