• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢືນອັນດັບທີ 1 ທົ່ວຄະນະນັກກິລາພາຍຫຼັງມື້ແຂ່ງຂັນສຸດທ້າຍຢູ່ SEA Games 32

ຜົນງານດັ່ງກ່າວໄດ້ຊ່ວຍໃຫ້ຄະນະນັກກິລາ ຫວຽດນາມ ຄວ້າໄດ້ທັງໝົດ 136 ຫຼຽນຄຳ, 105 ຫຼຽນເງິນ ແລະ 114 ຫຼຽນທອງ, ຢືນອັນດັບທີ 1 ໃນຕາຕະລາງຈັດອັນດັບຫຼຽນລາງວັນຂອງ SEA Games 32.
  ຫວຽດນາມ ຢືນອັນດັບທີ 1 ທົ່ວຄະນະນັກກິລາຢູ່ SEA Games 32 (ພາບ: TTXVN)  

ວັນທີ 16 ພຶດສະພາ, ແມ່ນມື້ແຂ່ງຂັນສຸດທ້າຍຂອງງານມະຫາກຳລິລາ ອາຊີຕາເວັນອອກສ່ຽງໃຕ້ (SEA Games 32) ຢູ່ ກຳປູເຈຍ. ໃນວັນທີ 16 ພຶດສະພາ ນີ້, ຄະນະນັກກິລາ ຫວຽດນາມ ຄວ້າໄດ້ 12 ຫຼຽນຄຳ, 3 ຫຼຽນເງິນ ແລະ 5 ຫຼຽນທອງ. ຜົນງານດັ່ງກ່າວໄດ້ຊ່ວຍໃຫ້ຄະນະນັກກິລາ ຫວຽດນາມ ຄວ້າໄດ້ທັງໝົດ 136 ຫຼຽນຄຳ, 105 ຫຼຽນເງິນ ແລະ 114 ຫຼຽນທອງ, ຢືນອັນດັບທີ 1 ໃນຕາຕະລາງຈັດອັນດັບຫຼຽນລາງວັນຂອງ SEA Games 32. ສິ້ນສຸດ SEA Games 32, ກິລາປະເພດມວຍປ້ຳແມ່ນປະເພດກິລາຄວ້າໄດ້ຫຼຽນຄຳຫຼາຍທີ່ສຸດໃຫ້ແກ່ຄະນະນັກກິລາ ຫວຽດນາມ ດ້ວຍ 13 ຫຼຽນຄຳ.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຜັນ​ຂະ​ຫຍາຍ​ເນື້ອ​ໃນ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຜັນ​ຂະ​ຫຍາຍ​ເນື້ອ​ໃນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ”

ວັນທີ 23 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ພ້ອມດ້ວຍຄະນະຜູ້ແທນສະຖານທູດ ໄດ້ເຂົ້າມາອວຍພອນ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ, ເນື່ອງໃນໂອກາດ ທ່ານໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດລາວ ຊຸດທີ X ໃຫ້ດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ ແຫ່ງ ສປປ. ລາວ.

Top