• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢັ້ງຢືນ ສັນຕິພາບແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອພັດທະນາ

ສັນຕິພາບ ແມ່ນເງື່ອນໄຂຕັດສິນຊີ້ຂາດໃຫ້ແກ່ການພັດທະນາ. ໃນສະພາບສົງຄາມ ແລະ ການປະທະກັນພວມປະກົດຂຶ້ນຢູ່ຫຼາຍບ່ອນໃນໂລກນັ້ນ, ສະພາຄວາມໝັ້ນຄົງ ຕ້ອງມີການເຄື່ອນໄຫວ ແລະ ມີປະສິດທິຜົນຫຼາຍກ່ວາ
ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮ່ວາງຢາງ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ

ວັນທີ 20 ພະຈິກ, ຢູ່ນິວຢອກ, ປະເທດ ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປຶກສາຫາລືເປີດກ່ຽວກັບ “ການຊຸກຍູ້ສັນຕິພາບແບບຍືນຍົງ ຜ່ານການພັດທະນາລວມ”. ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮ່ວາງຢາງ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ: ສັນຕິພາບ ແມ່ນເງື່ອນໄຂຕັດສິນຊີ້ຂາດໃຫ້ແກ່ການພັດທະນາ. ໃນສະພາບສົງຄາມ ແລະ ການປະທະກັນພວມປະກົດຂຶ້ນຢູ່ຫຼາຍບ່ອນໃນໂລກນັ້ນ, ສະພາຄວາມໝັ້ນຄົງ ຕ້ອງມີການເຄື່ອນໄຫວ ແລະ ມີປະສິດທິຜົນຫຼາຍກ່ວາ ໃນການປະຕິບັດພາລະໜ້າທີ່ ສະກັດກັ້ນການປະທະກັນ,  ສະກັດກັ້ນການຊ່ວງເສັງປະກອບອາວຸດ ແລະ ແກ້ໄຂການປະທະກັນດ້ວຍບັນດາມາດຕະການສັນຕິພາບ ເພື່ອສຸມແຫຼ່ງກຳລັງໃຫ້ແກ່ການພັດທະນາ.

ຜູ້ຕາງໜ້າ ຫວຽດນາມ ຖືວ່າ: ສປຊ, ໃນນັ້ນມີ ສະພາຄວາມໝັ້ນຄົງ ສປຊ , ຕ້ອງມີວິທີການສຳຜັດຢ່າງຮອບດ້ານເພື່ອຊຸກຍູ້ສັນຕິພາບ ແລະ ການພັດທະນາແບບຍືນຍົງ, ລົບລ້າງ ການປະທະກັນ ແລະ ຄວາມອຶດຫິວ. ການເຄື່ອນໄຫວຂອງສະພາຄວາມໝັ້ນຄົງ ສປຊ ແລະ ບັນດາຫົວໜ່ວຍຮັກສາ ສັນຕິພາບ ແລະ ຫົວໜ່ວຍການເມືອງພິເສດ ຕ້ອງວາງອອກໃນສະພາບສັງລວມການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ບັນດາຂໍ້ລິເລີ່ມສາກົນທີ່ກ່ຽວຂ້ອງ, ມີການຄິດໄລ່ເຖິງປັດໄຈພັດທະນາໃນການລະດົມແຫຼ່ງການເງິນໃຫ້ແກ່ການສ້າງສັນຕິພາບ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ກັບມາ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​​ປະ​ຕິ​ບັດ​ງານ​ຢູ່ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ກັບມາ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​​ປະ​ຕິ​ບັດ​ງານ​ຢູ່ ລາວ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ພົບປະສົນທະນາກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ແຫ່ງສປປ.ລາວ ແລະ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ - ລາວ.

Top