• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ມົງໂກນ ວາງເປົ້າໝາຍຍົກວົງເງິນການຄ້າຂຶ້ນ 200 ລ້ານ USD ໃນໄວໆນີ້

2 ຝ່າຍໄດ້ເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາກົນໄກການຮ່ວມມືທີ່ມີຢູ່ແລ້ວ ກໍ່ຄືບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ,..
(ພາບປະກອບ: VNA)

ໂດຍຕອບຮັບຄຳເຊີນຂອງ ທ່ານ Sandag Byambatsogt, ປະທານສະພາແຫ່ງຊາດ ມົງໂກນ ແລະ ພັນລະຍາ, ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ພັນລະຍາ ພວມດຳເນີນການຢ້ຽມຢາມ ມົງໂກນ ຢ່າງເປັນທາງການ ແຕ່ວັນທີ 09 – 11 ກັນຍາ 2026. ໃນຂອບເຂດການຢ້ຽມຢາມນີ້, ຕອນເຊົ້າວັນທີ 10 ກັນຍາ, ທີ່ສຳນັກງານແຫ່ງລັດ ຢູ່ນະຄອນຫຼວງ Ulan Bator, ທ່ານ Sandag Byambatsogt, ປະທານສະພາແຫ່ງຊາດ ມົງໂກນ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບ ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ພັນລະຍາ ຢ່າງສົມກຽດ. ພາຍຫຼັງພິທີຕ້ອນຮັບ, ປະທານສະພາແຫ່ງຊາດ 2 ທ່ານ ໄດ້ດຳເນີນການພົບປະໂອ້ລົມ.

ທີ່ການພົບປະໂອ້ລົມ, 2 ຝ່າຍໄດ້ເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາກົນໄກການຮ່ວມມືທີ່ມີຢູ່ແລ້ວ ກໍ່ຄືບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ, ໃນນັ້ນມີຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ມົງໂກນ ຢ່າງມີປະສິດທິຜົນ.

ໂດຍແລກປ່ຽນກ່ຽວກັບບັນດາທິດທາງການຊຸກຍູ້ການຮ່ວມມື ລັດຖະສະພາ 2 ປະເທດ ໃນໄລຍະຈະມາເຖິງ, ການນຳ 2 ທ່ານໄດ້ເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ ລະຫວ່າງສະພາແຫ່ງຊາດ 2 ປະເທດ; ສົມທົບກັນຜັນຂະຫຍາຍຂໍ້ຕົກລົງການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ແລະ ຂໍ້ຕົກລົງການຮ່ວມມືລະຫວ່າງ 2 ຫ້ອງວ່າການສະພາແຫ່ງຊາດ ທີ່ຫາກໍ່ລົງນາມໃນໂອກາດໄປຢ້ຽມຢາມນີ້...

ພາຍຫຼັງການພົບປະໂອ້ລົມ, ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ Sandag Byambatsogt, ປະທານສະພາແຫ່ງຊາດ ມົງໂກນ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ມົງໂກນ; ພ້ອມທັງເປັນສັກຂີພິຍານພິທີລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານ Sandag Byambatsogt ປະ​ທານ ​ສະ​ພາ​ແຫ່ງ​ຊາດ ມົງ​ໂກ​ນ ແລະ ພັນ​ລະ​ຍາ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາງ​ຢ່າງ​ສົມ​ກຽດ

ທ່ານ Sandag Byambatsogt ປະ​ທານ ​ສະ​ພາ​ແຫ່ງ​ຊາດ ມົງ​ໂກ​ນ ແລະ ພັນ​ລະ​ຍາ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາງ​ຢ່າງ​ສົມ​ກຽດ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ພ້ອມ​ແລ້ວ​ທີ່​ຈະພ້ອມ​ກັບ ມົງ​ໂກນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ຮ່ວມ​ມື​ກັນ​ລະ​ຫວ່າງ​ບັນ​ດາ​ກຳ​ມາ​ທິ​ການ​ວິ​ຊາສະ​ເພາະ, ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາມິດ​ຕະ​ພາບ, ສະ​ມາ​ຊິກ​ລັດ​ຖະ​ສະ​ພາໜຸ່ມ

Top