• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມີທີ່ຕັ້ງອັນສຳຄັນໃນຫົວໃຈຂອງປະຊາຊົນຜູ້ຮັກຫອມສັນຕິພາບໂລກ

ຕອນບ່າຍວັນທີ 23 ມັງກອນນີ້, ຢູ່ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສາກົນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XXII ຂອງສະພາສັນຕິພາບໂລກ ທີີ່ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ
  ທ່ານປະທານປະເທດຫງວຽນຊວນຟຸກ ພ້ອມກັບ ຜູ້ແທນສາກົນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XXII ຂອງສະພາສັນຕິພາບໂລກ  

ກ່າວຄຳເຫັນທີ່ນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ເປັນເພື່ອນມິດ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມໂລກ, ຮ່ວມມືທີ່ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ພ້ອມກັນນັ້ນ, ຫວຽດນາມ ຍາມໃດກໍ່ສາມັກຄີ ແລະ ສະໜັບສະໜູນປະຊາຊົນບັນດາປະເທດໃນການຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມ, ເພື່ອໂລກຍຸຕິທຳ ແລະ ພັດທະນາແບບຍືນຍົງ ແລະ ສັນຕິພາບ.

ສ່ວນບັນດາຜູ້ແທນ, ການນຳຂອງ ສະພາສັນຕິພາບໂລກ ແລະ ສະພາສັນຕິພາບຂອງບັນດາປະເທດ, ລ້ວນແຕ່ສະແດງຄວາມຮັກແພງ, ເຄົາລົບນັບຖືປະຊາຊົນຫວຽດນາມ ແລະ ປະທານ ໂຮ່ຈີມິນ. ຜູ້ຕາງໜ້າສະພາສັນຕິພາບຂອງປະເທດຕ່າງໆປາດຖະໜາຢາກຮ່ວມມືກັບຫວຽດນາມ ເພື່ອຮັກສາສັນຕິພາບຂອງໂລກ, ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງໂລກ; ທ່ານຢືນຢັນວ່າ, ປະຊາຊົນຫວຽດນາມ ຮັກຫອມສັນຕິພາບ ແລະ ຫວຽດນາມມີທີ່ຕັ້ງສຳຄັນໃນຫົວໃຈຂອງປະຊາຊົນຜູ້ຮັກຫອມສັນຕິພາບໂລກ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top