• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມີທັດສະນະຕໍ່ເລື່ອງ ເຮືອບິນ ອົດສະຕາລີ ຖືກ ຈີນ ສະກັດຢູ່ທະເລຕາເວັນອອກ

ຫວຽດນາມ ຖືວ່າ ການເຄື່ອນໄຫວຂອງທຸກປະເທດຕ້ອງສອດຄ່ອງກັບກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ແລະ ບັນດາຂໍ້ກຳນົດຂອງອົງການເຮືອບິນພົນລະເຮືອນສາກົນ (ICAO)
  ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ (ພາບ: TTXVN)  

 ຕອນບ່າຍວັນທີ 09 ມິຖຸນາ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບຂໍ້ມູນທີ່ວ່າ ເຮືອບິນ ອົດສະຕາລີ ຖືກເຮືອບິນຂັບໄລ່ ຈີນ ກໍ່ກວນໃນເຂດນ່ານຟ້າຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງວ່າ: ຫວຽດນາມ ຖືວ່າ ການເຄື່ອນໄຫວຂອງທຸກປະເທດຕ້ອງສອດຄ່ອງກັບກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ແລະ ບັນດາຂໍ້ກຳນົດຂອງອົງການເຮືອບິນພົນລະເຮືອນສາກົນ (ICAO), ບໍ່ເຮັດໃຫ້ສະພາບການຢູ່ພາກພື້ນເຄັ່ງຕຶງຂຶ້ນຕື່ມ, ປະກອບສ່ວຍຢ່າງແທດຈິງເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ສາກົນ. ຫວຽດນາມ ຢືນຢັນມີບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິກຳຢ່າງຄົບຖ້ວນກ່ຽວກັບອະທິປະໄຕສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ, ສອດຄ່ອງກັບກົດໝາຍສາກົນ.

ໃນຂອບເຂດກອງປະຊຸມຖະແຫຼງຂ່າວນີ້, ເມື່ອຍົກໃຫ້ເຫັນທັັດສະນະຕໍ່ຂໍ້ມູນກ່ຽວກັບຖານທີ່ໝັ້ນທະຫານເຮືອ Ream ຂອງ ກຳປູເຈຍ ເຊິ່ງຫາກໍ່ເລີ່ມລົງມືກໍ່ສ້າງໃນວັນທີ 08 ມິຖຸນາ ຜ່ານມາ ວົງການເຈົ້າໜ້າທີ່ຝ່າຍຕາເວັນຕົກຖືວ່າ, ແມ່ນສະຫງວນໃຫ້ກອງທັບ ຈີນ ນຳໃຊ້ ເພື່ອເພີ່ມທະວີຜົນສະທ້ອນຢູ່ເຂດທະເລຂອງ ຈີນ ສຳລັບພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງວ່າ: ທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ປາດຖະໜາຢາກຮັກສາສັນຕິພາບ ແລະ ປັບປຸງການພົວພັນຮ່ວມມືອັນດີງາມກັບບັນດາປະເທດໃນໂລກ, ພ້ອມກັນນັ້ນເລື່ອງຮ່ວມມືລະຫວ່າງບັນດາປະເທດຕ້ອງປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ວັດທະນາຖາວອນຢູ່ພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top