• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມີກໍາລັງໜູນຢ່າງພຽງພໍເພື່ອບັນລຸໄດ້ຄາດໝາຍການເຕີບໂຕເສດຖະກິດປີ 2019

      ຫວຽດນາມ ມີກໍາລັງໜູນຢ່າງພຽງພໍເພື່ອບັນລຸໄດ້ຄາດໝາຍການເຕີບໂຕເສດຖະກິດປີ 2019. ຄໍາພິນິດໄສດັ່ງກ່າວ ໂດຍທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ໄດ້ເນັ້ນໜັກຢູ່ການຖະແຫຼງຂ່າວນັດສາມັນຂອງລັດຖະບານ ຫວຽດນາມ ປະຈໍາ ເດືອນພຶດສະພາ  ເຊິ່ງໄດ້ດໍາເນີນໃນຕອນບ່າຍວັນທີ 31 ພຶດສະພາ ຢູ່ຮ່າໂນ້ຍ.


ການຖະແຫຼງຂ່າວນັດສາມັນຂອງລັດຖະບານ ຫວຽດນາມ ປະຈໍາ ເດືອນພຶດສະພາ  ເຊິ່ງໄດ້ດໍາເນີນໃນຕອນບ່າຍວັນທີ 31 ພຶດສະພາ ຢູ່ຮ່າໂນ້ຍ.
      ຕາມທ່ານລັດຖະມົນຕີ ມາຍຕ໊ຽນຢຸງ ແລ້ວ, ເຖິງວ່າປັດຈຸບັນ, ທ່າແຮງຮັບປະກັນແຜນການເຕີບໂຕເສດຖະກິດຂອງ ຫວຽດນາມ ຖືກຜົນສະທ້ອນ ຍ້ອນການປ່ອຍເງິນທຶນຊັກຊ້າ ແລະ ພະຍາດ ອະຫິວາໝູ ອາຟະລິກາ ກໍຕາມ ແຕ່ໃນໄລຍະຜ່ານມາ, ບັນດາດັດຊະນີການເຕີບໂຕແມ່ນມີຄວາມເປັນໄປໄດ້, ໄລຍະ 5 ເດືອນຕົ້ນປີຜ່ານມາ, ໃນຂົງເຂດກະສິກໍາ, ສັດປີກເພີ່ມຂຶ້ນ 7,1%, ສິນໃນນໍ້າເພີ່ມຂຶ້ນ 6,2%. ຂົງເຂດອຸດສາຫະກໍາເພີ່ມຂຶ້ນ 9,4%. ກ່ຽວກັບຂະແໜງສົ່ງອອກ ແລະ ການຄ້າ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່່າການລັດຖະບານ ມາຍຕ໊ຽນຢຸງ ໃຫ້ຮູ້ວ່າ:
        “ການເຄື່ອນໄຫວດ້ານການຄ້າ ແມ່ນມີຄວາມຄຶກຄື້ນທີີ່ສຸດ, ຄວາມຕ້ອງການໃນການຊື້ ແລະ ການບໍລິການບໍລິໂພກ ແມ່ນເພີ່ມຂຶ້ນ 11,6%, ອັດຕາແລກປ່ຽນເງິນຕາຍັງເປັນປົກກະຕິ, ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ການຕະຫຼາດ. ພິເສດ, ການດຶງດູດເງິນລົງທຶນ FDI ແມ່ນດີທີ່ສຸດ. ຍອດທຶນ FDI ຈົດທະບຽນໃໝ່ ແລະ ທຶນຈົດທະບຽນເພີ່ມເຕີມ ບັນລຸກວ່າ 16 ຕື້ USD. ການສົ່ງອອກເພີ່ມຂຶ້ນ 6,7%. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ທ່າອ່ຽງສິນຄ້າສົ່ງອອກຂອງວິສາຫະກິດພາຍໃນປະເທດເພີ່ມຂຶ້ນສູງກວ່າ ເມື່ອທຽບໃສ່ວິສາຫະກິດທີ່ມີເງິນລົງທຶນຈາກຕ່າງປະເທດ... ຫວຽດນາມ ກໍໄດ້ສ້າງກົນໄກຫຼາຍຢ່າງ ເພື່ອຊ່ວຍວິສາຫະກິດພາກເອກະຊົນມີຄວາມຂະຫຍັນຂັນເຄື່ອນ, ຮ່ວມມືກັບບັນດາວິສາຫະກິດຕ່າງປະເທດ ເພື່ອລົງທຶນເຂົ້າບັນດາໂຄງການໃຫຍ່ກວ່າ, ສ້າງປະຖົມປັດໄຈສໍາຄັນເພື່ອພັດທະນາ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top