• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມອບຕຳແໜ່ງປະທານ ຄະນະກຳມະການບັນດາຜູ້ຕາງໜ້າປະຈຳ ອາຊຽນ ໃຫ້ແກ່ ບຣູໄນ

      ໃນຖານະຕຳແໜ່ງເປັນປະທານ CPR ປະຈຳ ອາຊຽນ ປີ 2021 ຄະນະຜູ້ຕາງໜ້າ ບຣູໄນ ຈະສືບຕໍ່ນຳພາຜັນຂະຫຍາຍບັນດາໜ້າທີ່ ແລະ ບຸລິມະສິດຂອງປີ ອາຊຽນ 2021 ເປັນຢ່າງດີ.

ພິທີມອບຕຳແໜ່ງ ປະທານ ຄະນະກຳມະການບັນດາຜູ້ຕາງໜ້າປະຈຳ ອາຊຽນ ຈາກ ຫວຽດນາມ ໃຫ້ແກ່ ບຣູໄນ
ຖືກດຳເນີນດ້ວຍຮູບການທາງອອນລາຍ (ພາບ:
 VOV)
      ວັນທີ 8 ທັນວາ ຢູ່ ຈາກາຕາ ປະເທດ ອິນໂດເນເຊຍ, ໄດ້ດຳເນີນກອງປະຊຸມຄັ້ງທີ 18  ຂອງ ຄະນະກຳມະການບັນດາຜູ້ຕາງໜ້າປະຈຳ ອາຊຽນ (CPR) ໃນປີ 2020 ແລະ ພິທີມອບຕຳແໜ່ງ ປະທານ ຄະນະກຳມະການບັນດາຜູ້ຕາງໜ້າປະຈຳ ອາຊຽນ ຈາກ ຫວຽດນາມ ໃຫ້ແກ່ ບຣູໄນ ດ້ວຍຮູບການທາງອອນລາຍ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ ສະແດງຄວາມເຊື່ອໝັ້ນວ່າ ໃນຖານະຕຳແໜ່ງເປັນປະທານ CPR ປະຈຳ ອາຊຽນ ປີ 2021 ຄະນະຜູ້ຕາງໜ້າ ບຣູໄນ ຈະສືບຕໍ່ນຳພາຜັນຂະຫຍາຍບັນດາໜ້າທີ່ ແລະ ບຸລິມະສິດຂອງປີ ອາຊຽນ 2021 ເປັນຢ່າງດີ, ຮັກສາທ່າຮ່ວມມື ແລະ ຮ່ວມສໍາພັນໃນພາກພື້ນ, ຊຸກຍູ້ການຮ່ວມສຳພັນພາຍໃນກຸ່ມ, ຍູ້ແຮງການຮ່ວມມືຫຼາຍຝ່າຍ, ເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມື, ສືບຕໍ່ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ, ຍົກສູງຖານະບົດບາດຂອງ ອາຊຽນ ໃນພາກພື້ນ ແລະ ສາກົນ ພ້ອມທັງສືບຕໍ່ຊ່ວຍໜູນ, ເພີ່ມທະວີຄວາມສາມາດທາງດ້ານລະບອບລະບຽບການຂອງຄະນະເລຂາ ອາຊຽນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top