ຕອນບ່າຍວັນທີ 23 ມັງກອນ ແລະ ຕອນເຊົ້າວັນທີ 24 ມັງກອນ (ຕາມເວລາທ້ອງຖິ່ນ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ເວທີປາໄສເສດຖະກິດ ໂລກ (WEF) 2017 ພວມດຳເນີນຢູ່ Davos, ປະເທດ ສະວິດ.

ທ່ານ ເວືອງດິ່ງເຫ້ວ ເຂົ້າຮ່ວມວາລະປຶກສາຫາລືກ່ຽວກັບແງ່ຫວັງ ອາຊຽນ
ກ່າວຄຳເຫັນໄຂງານລ້ຽງ ອາຊຽນ ໃນຕອນຄ່ຳວັນທີ 23 ມັງກອນ, ດ້ວຍຫົວຂໍ້ “ອາຊຽນ: ວັດທະນາຖາວອນ ໃນການຫັນປ່ຽນພາຍໃຕ້ການກະທົບຂອງການປະຕິວັດອຸດສາຫະກຳ 4.0”, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຖືວ່າ: ບັນດາປະເທດ ອາຊຽນ ຄວນເສີມຂະຫຍາຍການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີວິໄສທັດ, ທິດທາຍເດີນ ແລະ ມາດຕະການໃໝ່, ສົ່ງເສີມການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງເພື່ອດັດປັບ ແລະ ພັດທະນາ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຢັ້ງຢືນວ່າ ຫວຽດນາມ ແມ່ນພື້ນຖານເສດຖະກິດພວມເຊື່ອມໂຍງເລິກເຊິ່ງ, ກ້ວາງຂວາງ, ປີ 2017, ບັນລຸໄດ້ລະດັບເຕີບໂຕສູງສຸດໃນ 10 ປີຜ່ານມາ, ກຳລັງແກ່ງແຍ້ງ ແລະ ສະພາບແວດລ້ອມແຫ່ງການລົງທຶນໄດ້ຮັບການປັບປຸງຢ່າງຈະແຈ້ງ, ພ້ອມກັບປະຊາຄົມ ອາຊຽນ ມຸ່ງໄປເຖິງການພັດທະນາວັດທະນາຖາວອນ ແລະ ກວມລວມດ້ວຍຄວາມເຊື່ອໝັ້ນຕົນເອງ.
ກ່າວຄຳເຫັນໃນຖານະເປັນນັກປາຖະກະຖາຕົ້ນຕໍ ທີ່ວາລະປຶກສາຫາລື ກ່ຽວກັບແງ່ຫວັງຍຸດທະສາດ ອາຊຽນ ໃນຕອນເຊົ້າວັນທີ 24 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຖືວ່າ: ອາຊຽນຄວນສືບຕໍ່ຍົກສູງບົດບາດໃຈກາງຂອງ ອາຊຽນ; ຍູ້ແຮງການຮ່ວມມື ແລະ ການຮ່ວມສຳພັນພາຍໃນກຸ່ມຕື່ມອີກ, ໃຫ້ບຸລິມະສິດຊຸກຍູ້ການຮ່ວມມືຢ່າງແທດຈິງກ່ຽວກັບ ວິທະຍາສາດ - ເຕັກໂນໂລຢີ… ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ສືບຕໍ່ຮ່ວມມືກັບບັນດາປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມືໃນຂົງເຂດດັ່ງກ່າວ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າໃນເລື່ອງຊຸກຍູ້ການເຈລະຈາ, ການຮ່ວມມື, ການປັບປຸງ, ຄວາມສາມັກຄີເປັນເອກະພາບ ແລະ ເພີ່ມທະວີບົດບາດໃຈກາງຂອງ ອາຊຽນ.ຢູ່ນອກກອງປະຊຸມ WEF Davos, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ເປຣູ Mercedes Araoz, ຕ້ອນຮັບທ່ານລັດຖະມົນຕີການຄ້າຕ່າງປະເທດ ແລະ ການຮ່ວມມືພັດທະນາ ໂຮນລັງ Sigrid Kaag, ທ່ານປະທານບໍລິຫານ ແລະ ຜູ້ອຳນວຍການພາກພື້ນ WEF Borge Brende, ການນຳບັນດາກຸ່ມບໍລິສັດໃນທົ່ວໂລກຄື: HSBC, Google, BAE System, Marsh&Mc Lennan, SK, Carlsberg…
ຕອນບ່າຍວັນທີ 24 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເຂົ້າຮ່ວມການປຶກສາຫາລືຢູ່ວາລະໂອ້ລົມສົນທະນາລະຫວ່າງບັນດາການນຳທົ່ວໂລກ (IGWEL) ກ່ຽວກັບການລະດົມແຫຼ່ງກຳລັງດ້ານການເງິນໃຫ້ແກ່ການພັດທະນາແບບຍືນຍົງ, ກໍ່ຄືພົບປະກັບການນຳປະເທດຕ່າງໆ, ບັນດາອົງການຈັດຕັ້ງສາກົນ ແລະ ກຸ່ມບໍລິສັດໃຫຍ່.
(ແຫຼ່ງຄັດຈາກ VOV)