• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ພັດທະນາຊຸດ Kid ກວດຫາເຊື້ອ ແລະ ບົ່ງມະຕິພະຍາດໂຄວິດ-19 ສຳເລັດຕື່ມອີກ 2 ຊຸດ

VinKit SARS-CoV-2 RT-PCR 1.0 ແລະ VinKit SARS-CoV-2 Multiplex RT-PCR ແມ່ນ 2 ຊຸດ Kit ໃໝ່ເພື່ອກວດຫາເຊື້ອ ແລະ ບົ່ງມະຕິພະຍາດໂຄວິດ-19 ໂດຍສະຖາບັນຄົ້ນຄວ້າຈຸລັງຕົ້ນກຳເນີດ ແລະ ເຕັກໂນໂລຊີແຊນ Vinmec (ສັງກັດກຸ່ມບໍລິສັດ Vingroup). ຈຸດແຕກຕ່າງກັນຂອງ 2 ຊຸດ Kit ດັ່ງກ່າວ ແມ່ນຂັ້ນຕອນການປະຕິບັດ. 

ຊຸດ VinKit SARS-CoV-2 Multiplex RT-PCR. (ພາບ: tuoitre.vn)

ທ່ານສາດສະດາຈານ - ປອ ຫງວຽນແທັງລຽມ, ຫົວໜ້າສະຖາບັນຄົ້ນຄວ້າຈຸລັງຕົ້ນກຳເນີດ ແລະ ເຕັກໂນໂລຊີແຊນ Vinmec ໃຫ້ຮູ້ວ່າ: ຍ້ອນການປະສົມເຂົ້າກັນ “3 ໃນ 1”, ຊຸດ VinKit SARS-CoV-2 Multiplex RT-PCR ໂດຍ Vinmec ຄົ້ນຄວ້າ, ປັບປຸງໄດ້ຫລຸດຜ່ອນຂັ້ນຕອນເຕັກນິກລົງໄດ້ 2 ສ່ວນ 3, ຈຳກັດຄວາມຜິດພາດໃນວິວັດການປະຕິບັດໄດ້ຢ່າງສຸດຂີດ ແລະ ປະຢັດຄ່າໃຊ້ຈ່າຍ. ພິເສດແມ່ນ ຊຸດ VinKit ໄດ້ເພີ່ມຄວາມໄວໃນການວິໄຈຫາເຊື້ອຂຶ້ນທົບ 2 ເທົ່າ ເມື່ອທຽບໃສ່ຊຸດ Kit ທີ່ພວມຂາຍຢູ່ທ້ອງຕະຫລາດ. ນີ້ແມ່ນສິ່ງທີ່ສຳຄັນໃນການຄວບຄຸມ ແລະ ປ້ອງກັນ, ສະກັດກັ້ນໂລກລະບາດ. ປະຈຸບັນ, Vinmec ພວມຮີບເຮັ່ງປະຕິບັດຂັ້ນຕອນຜະລິດ ແລະ ເຮັດລະບຽບການຈົດທະບຽນ ເພື່ອນຳໃຊ້ຢ່າງກ້ວາງຂວາງ.

        VinKit SARS-CoV-2 RT-PCR 1.0 ແລະ VinKit SARS-CoV-2 Multiplex RT-PCR ແມ່ນ 2 ຊຸດ Kit ໂດຍສະຖາບັນຄົ້ນຄວ້າຈຸລັງຕົ້ນກຳເນີດ ແລະ ເຕັກໂນໂລຊີແຊນ Vinmec ຄົ້ນຄວ້າໂດຍອີງໃສ່ຂັ້ນຕອນເຕັກໂນໂລຊີຂອງສູນການແພດປ້ອງກັນ ແລະ ຄວບຄຸມເຊື້ອພະຍາດ ອາເມລິກາ (CDC ອາເມລິກາ), ເຊິ່ງກົມຄຸ້ມຄອງສະບຽງອາຫານ ແລະ ການຢາ ອາເມລິກາ ອະນຸຍາດໃຫ້ນຳໃຊ້ເມື່ອເດືອນ ມີນາ 2020.

ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top