• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປາດຖະໜາຢາກເປັນຂົວເຊື່ອມຕໍ່ເພື່ອໃຫ້ປະຊາຄົມໃຊ້ພາສາຝລັ່ງ ເພີ່ມທະວີບົດບາດໃນພາກພື້ນ

      ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນການຮ່ວມມືກັບ OIF, ຕັດສິນໃຈມານະພະຍາຍາມພ້ອມກັບອົງການຈັດຕັ້ງນີ້ ແລະ ບັນດາປະເທດພັດທະນາການນຳໃຊ້ ແລະ ສອນພາສາຝລັ່ງ
ພິທີຍື່ນຈົດໝາຍມອບກຳມະສິດ
(ພາບ: TTXVN)
      ວັນທີ 06 ກໍລະກົດ, ຢູ່ສຳນັກງານອົງການຈັດຕັ້ງປະຊາຄົມໃຊ້ພາສາຝລັ່ງ (OIF) ຢູ່ປາຣີ, ປະເທດ ຝລັ່ງ, ທ່ານເອກອັກຄະລັດຖະທູດຫວຽດນາມ ດິງຕ່ວານທັງ, ຜູ້ຕ່າງໜ້າຂອງປະທານປະເທດປະຈຳສະພາປະຈຳການອົງການໃຊ້ພາສາຝລັ່ງ (CPF) ແລະ ອົງການຈັດຕັ້ງໃຊ້ພາສາຝລັ່ງ, ໄດ້ຍື່ນຈົດໝາຍມອບກຳມະສິດຕໍ່ທ່ານນາງ Louise Mushikiwabo, ເລຂາທິການໃຫຍ່ OIF.
        ເມື່ອແລກປ່ຽນກັບທ່ານນາງ Louise Mushikiwabo, ທ່ານເອກອັກຄະລັດຖະທູດ ດິງຕ່ວານທັງ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນການຮ່ວມມືກັບ OIF, ຕັດສິນໃຈມານະພະຍາຍາມພ້ອມກັບອົງການຈັດຕັ້ງນີ້ ແລະ ບັນດາປະເທດພັດທະນາການນຳໃຊ້ ແລະ ສອນພາສາຝລັ່ງ, ຊຸກຍູ້ວັດທະນະທຳເປັນຫຼາຍຮູບຫຼາຍແບບ ແລະ ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ. ທ່ານເອກອັກຄະລັດຖະທູດຢືນຢັນວ່າ, ຫວຽດນາມ ປາດຖະໜາຈະເປັນຂົວຕໍ່ເພື່ອໃຫ້ອົງການໃຊ້ພາສາຝລັ່ງ ເພີ່ມທະວີບົດບາດຢູ່ພາກພື້ນ ແລະ ພັດທະນາ ແມ່ນເງື່ອນໄຂພື້ນຖານເພື່ອໃຫ້ມີສັນຕິພາບ ແລະ ສະຖຽນລະພາບ.
        ທີ່ການຕ້ອນຮັບ, ທ່ານນາງ Louise Mushikiwabo ຢືນຢັນວ່າ, ຫວຽດນາມ ແລະ ອາຊີ - ປາຊີຟິກ ມີບົດບາດທີ່ຕັ້ງພູມສາດຍຸດທະສາດສຳຄັນສຳລັບ OIF. ທ່ານນາງສະແດງຄວາມປາດຖະໜາວ່າ ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດນຳໜ້າຂອງອົງການໃຊ້ພາສາຝລັ່ງ ຢູ່ພາກພື້ນນີ້ ແລະ ປາດຖະໜາຢາກໄດ້ຮັບການໜູນຊ່ວຍຂອງຫວຽດນາມ ເພື່ອຈັດຕັ້ງການເຄື່ອນໄຫວສົ່ງເສີມການຄ້າ-ການລົງທຶນໃຫ້ສຳເລັດຜົນໃນເດືອນ ຕຸລາ ທີ່ຈະມາເຖິງຢູ່ ຫວຽດນາມ ແລະ ກຳປູເຈຍ.
 (ແຫຼ່ງຄັດຈາກ VOV)

COP28: ອາເມລິກາ ໃຫ້ຄຳໝັ້ນສັນຍາປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ

COP28: ອາເມລິກາ ໃຫ້ຄຳໝັ້ນສັນຍາປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ

ຄະນະບໍລິຫານກອງທຶນດິນຟ້າອາກາດ ສີຂຽວໃຫ້ຮູ້ວ່າ: ກອງທຶນນີ້ໄດ້ຮັບຄຳໝັ້ນສັນຍາປະກອບຈຳນວນເງິນ 9,3 ຕື້ໂດລາສະຫະລັດຂອງ 25 ປະເທດໃນໂລກ

Top