• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະສົບຜົນສຳເລັດໃນເດືອນເປັນປະທານສະພາຄວາມໝັ້ນຄົງ ສະຫະປະຊາຊາດ

      ຫລາຍປະເທດຕີລາຄາວ່າ ເດືອນທີ່ຫວຽດນາມ ຮັບຫນ້າທີ່ເປັນປະທານນັ້ນ ແມ່ນປະສົບຜົນສຳເລັດ ຍ້ອນວ່າ ຫວຽດນາມ ຕອບສະຫນອງໄດ້ຄວາມມຸ່ງຫວັງຂອງເຂົາເຈົ້າ
ທ່ານ ດັ້ງດີງກູຍ ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ຢູ່ ສປຊ.
      ຫວຽດນາມ ສືບຕໍ່ປະສົບຜົນສຳເລັດໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນ ເມສາ ປີ 2021. ນີ້ແມ່ນຄັ້ງທີ 2 ຫວຽດນາມ ຮັບບົດບາດນີ້ໃນອາຍຸການ ກຳມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງ ໃນໄລຍະ 2 ປີຄື: 2020- 2021. ບັນດາຂໍ້ລິເລີ່ມ ຊື່ງຫວຽດນາມຍົກອອກມາ ລ້ວນແຕ່ໄດ້ຮັບການຕີລາຄາສູງຈາກຫລາຍປະເທດ. ເນື່ອງໃນໂອກາດສິ້ນສຸດເດືອນປະທານສະພາຄວາມໝັ້ນຄົງ ຂອງຫວຽດນາມ, ຟ້າມຮວັນ ນັກຂ່າວ VOV ປະຈຳ ອາເມລິກາ ໄດ້ມີການສຳພາດ ທ່ານ ດັ້ງດີງກູຍ ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ຢູ່ ສປຊ.
ທ່ານດັ້ງດີງກູຍ ໃຫ້ຮູ້ວ່າ: ຫລາຍປະເທດຕີລາຄາວ່າ ເດືອນທີ່ຫວຽດນາມ ຮັບຫນ້າທີ່ເປັນປະທານນັ້ນ ແມ່ນປະສົບຜົນສຳເລັດ ຍ້ອນວ່າ ຫວຽດນາມ ຕອບສະຫນອງໄດ້ຄວາມມຸ່ງຫວັງຂອງເຂົາເຈົ້າ ນັ້ນແມ່ນ ນຳເອົາເນື້ອໃນຂອງສະພາຄວາມໝັ້ນຄົງ ມາປຶກສາຫາລືຢ່າງມີຄຸນນະພາບເຂົ້າໃນການແກ້ໄຂບັນດາບັນຫາໃນໂລກ, ແກ້ໄຂບັນດາບັນຫາເກີດຂຶ້ນຢ່າງທັນການ.
ຫວຽດນາມ ກໍ່ໄດ້ຍົກອອກບັນດາບັນຫາຊື່ງດົນແລ້ວ ສະພາຄວາມໝັ້ນຄົງບໍ່ນຳມາປຶກສາຫາລື, ບໍ່ສົນໃຈປານໃດ ແຕ່ແມ່ນບັນຫາຫລັກປະຈຸບັນ ຄື: ລູກລະເບີດໝາກມິນ, ການຮ່ວມມືລະຫວ່າງ ສປຊ ກັບບັນດາອົງການຂອງພາກພື້ນ, ປົກປັກຮັກສາພື້ນຖານໂຄງລ່າງທີ່ຈຳເປັນສຳລັບຊີວິດຂອງສາມັນຊົນຢູ່ບັນດາເຂດເກີດການປະທະກັນ. ສາກົນຕີລາຄາສູງ ແລະ ຫວຽດນາມໄດ້ເປີດກາລະໂອກາດໃຫ້ຫລາຍເປົ້າໝາຍຢູ່ ສປຊ ເຂົ້າຮ່ວມ.”
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top