• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ໃນຮອບເວລາ 24 ຊົ່ວໂມງຜ່ານມາ

      ໃນຮອບເວລາ 24 ຊົ່ວໂມງຜ່ານມາ (ນັບແຕ່ ເວລາ 6 ໂມງ 00 ນາທີ ຂອງວັນທີ 16 ເມສາ ຫາ ເວລາ6 ໂມງ 00 ນາທີ ຂອງວັນທີ 17 ເມສາ), ຫວຽດນາມ ບໍ່ມີຜູ້ຕິດເຊື້ອໂຄວິດລາຍໃໝ່ຕື່ມອີກ. ປັດຈຸບັນ, ຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ຫວຽດນາມ ແມ່ນ 268 ຄົນ

ອັດຕາສ່ວນສະພາບການໂລກລະບາດ ຢູ່ ຫວຽດນາມ (ພາບ: ກະຊວງສາທາລະນະສຸກ)
      ໃນຂະນະນັ້ນ, ໃນໂລກມີຈຳນວນຜູ້ຕິດເຊື້ອໂຄວິດ-19 ແມ່ນ 2.181.131 ຄົນ ແລະ ມີ 145.466 ຄົນເສຍຊີວິດຍ້ອນໄວຣັດ SARS-CoV-2. ໂລກລະບາດດັ່ງກ່າວພວມແຜ່ລະບາດອອກສູ່ 210 ປະເທດ ແລະ ເຂດແຄວ້ນໃນໂລກ.
        ອາເມລິກາ ສືບຕໍ່ແມ່ນສະຖານທີ່ຕິດແປດຮ້າຍແຮງ ດ້ວຍຈຳນວນຜູ້ຕິດເຊື້ອໂຄວິດ-19 ແມ່ນ 677.056 ຄົນ. ຖັດມາແມ່ນ ແອັດສະປາຍ ມີ 184.948 ຄົນ, ອີຕາລີ ມີ 168.941 ຄົນ, ຝຣັ່ງ ມີ 165.027 ຄົນ.
        ຕໍ່ໜ້າສະພາບການຂອງໂລກລະບາດໂຄວິດ-19 ພວມຜັນແປຢ່າງສັບສົນນັ້ນ, ລັດຖະບານ ເມັກຊີໂກ ໄດ້ຕັດສິນຕົກລົງແກ່ຍາວໄລຍະເວລາແຍກຫ່າງໃນສັງຄົມໄປຈົນຮອດວັນທີ 30 ພຶດສະພາ.
        ຢູ່ ອາຊີ, ປະເທດ ກຳປູເຈຍ ກໍ່ໄດ້ປະກາດແກ່ຍາວຄຳສັ່ງຫ້າມຄົນເຂົ້າເມືອງສຳລັບແຂກທ່ອງທ່ຽວມາຈາກ ອາເມລິກາ, ອີຣານ ແລະ 4 ປະເທດ ເອີຣົບ ເພື່ອແນໃສ່ສະກັດກັ້ນການຕິດແປດຂອງໂລກລະບາດດັ່ງກ່າວ.
        ວັນທີ 16 ເມສາ, ກະຊວງສາທາລະນະສຸກ ສິງກະໂປ ໄດ້ໃຫ້ຮູ້ວ່າ ມີຜູ້ຕິດເຊື້ອໃໝ່ຕື່ມອີກ 728 ຄົນ - ບັນລຸລະດັບສະຖິຕິກ່ຽວກັບຈຳນວນຜູ້ຕິດເຊື້ອໃນ 24 ຊົ່ວໂມງ, ຍົກຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ປະເທດນີ້ຂຶ້ນເປັນ 4.427 ຄົນ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top