• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ

      ຫວຽດນາມ ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້ານີ້ແມ່ນຄຳຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ທີ່ການຕ້ອນຮັບທ່ານ John Pete Ricketts ຜູ້ວ່າການລັດ Nebraska, ປະເທດອາເມລິກາ, ໃນຕອນບ່າຍວັນທີ 6 ກັນຍາ, ຢູ່ຮ່າໂນ້ຍ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານ John Pete Ricketts ຜູ້ວ່າການລັດ Nebraska, ປະເທດອາເມລິກາ (ພາບ: TTXVN)
      ທ່ານນາຍົກລັດຖະມົນຕີມີຄວາມປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ມີການພັດທະນາທີ່ແທດຈິງ ແລະ ມີປະສິດທິຜົນຢ່າງບໍ່ຢຸດຢັ້ງ. ໃນໄລຍະທີ່ຜ່ານມາ, ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດມີການເຕີບໂຕຢ່າງບໍ່ຢຸດຢັ້ງ. ວົງເງິນການຄ້າໄດ້ລື່ນກາຍ 60 ຕື້ USD. ຫວຽດນາມ ພວມມານະພະຍາຍາມເຮັດໃຫ້ການຄ້າສອງຝ່າຍມີຄວາມດຸ່ນດ່ຽງ. ເລື່ອງຍູ້ແຮງການຮ່ວມມືກັບ ອາເມລິກາ, ໃນນັ້ນມີການຮ່ວມມືລະຫວ່າງບັນດາລັດ ກັບບັນດາທ້ອງຖິ່ນຂອງ ຫວຽດນາມ, ລະຫວ່າງບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈນັ້ນລັດຖະບານຫວຽດນາມໄດ້ຖືເປັນສຳຄັນ. ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ຜະລິດຕະພັນຂອງອາເມລິກາເວົ້າລວມ ແລະ ລັດ Nebraska ເວົ້າສະເພາະ ມາຍັງ ຫວຽດນາມບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.
        ສ່ວນທ່ານ John Pete Ricketts ຊີ້ແຈ້ງວ່າ ອາເມລິກາ ເວົ້າລວມ ແລະ ລັດ Nebraska ເວົ້າສະເພາະມີຄວາມປາດຖະໜາຢາກຊຸກຍູ້ການພົວພັນກັບ ຫວຽດນາມ. ທ່ານຢັ້ງຢືນວ່າ ລັດ Nebraska ມີຄວາມສາມາດບົ່ມຊ້ອນໃນການສົ່ງອອກຊີ້ນງົວຫຼາຍທີ່ສຸດຂອງ ອາເມລິກາ, ວົງເງິນສົ່ງອອກຊີ້ນງົວມາຍັງ ຫວຽດນາມ ໄດ້ເພີ່ມຂຶ້ນທົບ 3 ເທົ່າເມື່ອທຽບໃສ່ກັບກ່ອນນິ້. ລັດ Nebraska ກໍ່ຍັງມີທ່າແຮງກ່ຽວກັບດ້ານກະສິກຳ. ທ່ານຫວັງວ່າ ສອງຝ່າຍຈະແກ້ໄຂບາງຄວາມຫຍຸ້ງຍາກ, ຂໍ້ຕິດຂັດເພື່ອຊຸກຍູ້ແລກປ່ຽນການລົງທຶນ ແລະ ການຄ້າ.
 (ແຫຼ່ງຄັດຈາກ VOV)
 

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ແລະ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ເຂົ້າ​ຮ່ວມ​ພິ​ທີປະ​ດັບຫຼຽນ​ໄຊ​ຂອງ​ ລາວ ​ມອບ​ໃຫ້​ການ​ນຳ​ຂັ້ນ​ສູງ ຫວຽດ​ນາມ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ແລະ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ເຂົ້າ​ຮ່ວມ​ພິ​ທີປະ​ດັບຫຼຽນ​ໄຊ​ຂອງ​ ລາວ ​ມອບ​ໃຫ້​ການ​ນຳ​ຂັ້ນ​ສູງ ຫວຽດ​ນາມ

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ປະດັບຫຼຽນໄຊອິດສະຫຼະ ຊັ້ນໜຶ່ງໃຫ້ແກ່ ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ພ້ອມດ້ວຍບັນດາອະດີດຮອງປະທານປະເທດ ທ່ານນາງ ຫງວຽນທິບິ່ງ, ທ່ານນາງ ເຈື່ອງໝີຮວາ, ທ່ານນາງ ຫງວຽນທິຢວານ ແລະ ທ່ານນາງ ດັ້ງທິງອກທິ້ງ.

Top