• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຖືເປັນສຳຄັນການຮ່ວມມືກັບກຳປູເຈຍໃນທຸກຂົງເຂດ

      ຕອນບ່າຍວັນທີ 26 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Chay Na-vut ເອກອັກຄະລັດຖະທູດ ແຫ່ງລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດທ່ານມາຮັບໜ້າທີ່ທາງການທູດອາຍຸການໃໝ່ຢູ່ຫວຽດນາມ.

ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ການຕ້ອນຮັບທ່ານ Chay Na-vut ເອກອັກຄະລັດຖະທູດ ແຫ່ງລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ(ພາບ: VGP)
      ທ່ານຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້້ເນັ້ນໜັກວ່າ ບົນພື້ນຖານການພົວພັນຮ່ວມມືມິດຕະພາບມີມູນເຊື້ອມາແຕ່ດົນນານລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ, ຫວຽດນາມໄດ້ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດ ເພີ່ມທະວີການຮ່ວມມືກັບກຳປູເຈຍໃນທຸກໆຂົງເຂດ. ທ່ານຟ້າມບິ່ງມິງ ສະເໜີໃຫ້ອົງການມີໜ້າທີ່ຮັບຜິດຊອບ ສອງປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຮັບປະກັນການໄປມາຄ້າຂາຍສິນຄ້າ ຢູ່ເຂດຊາຍແດນລະຫວ່າງສອງປະເທດ, ກ່ອນອື່ນໝົດແມ່ນຕ້ອງ ສ້າງເງື່ອນໄຂສະດວກເພື່ອໃຫ້ນັກຮຽນ, ນັກສຶກສາ ກຳປູເຈຍ ໄດ້ກັບຄືນມາຮຽນຢູ່ຫວຽດນາມ ໂດຍໄວ ຊຶ່ງເໝາະສົມກັບບັນດາຂໍ້ກຳນົດໃນການປ້ອງກັນ, ສະກັດກັ້ນໂລກລະບາດຂອງສອງປະເທດ.
        ສ່ວນທ່ານ Chay Na-vut ກໍ່ໄດ້ສະແດງຄວາມປະທັບໃຈຕໍ່ການພັດທະນາຢ່າງແຮງຂອງຫວຽດນາມ ກໍ່ຄືບົດບາດ ແລະ ທີ່ຕັ້ງໃນສາກົນຂອງ ຫວຽດນາມ ຊຶ່ງນັບມື້ນັບເພີ່ມຂຶ້ນສູງຢູ່ພາກພື້ນ ແລະ ໃນໂລກ, ສະແດງຄວາມຊົມເຊີຍຕໍ່ໝາກຜົນທີ່ບັນລຸໄດ້ຢ່າງຕັ້ງໜ້າຈາກການຮ່ວມມືຢ່າງຮອບດ້ານ. ທ່ານ Chay Na-vut ຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອນຳການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບມີຄວາມສະໜິດຕິດພັນ ແລະ ມີປະສິດທິຜົນ ຖືກຕ້ອງຕາມທິດນຳ ທີ່ວ່າ “ບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງ ແລະ ຍາວນານ”.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ອຳນາດການປົກຄອງ ແລະ ປະຊາຄົມວິສາຫະກິດລັດ Lower Saxony ປາດຖະໜາຢາກສ້າງຕັ້ງການພົວພັນແລກປ່ຽນຄະນະຜູ້ແທນ ແລະ ສ້າງການພົວພັນຄູ່ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ.

Top