ເລື່ອງ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ (BRICS) ຄັ້ງທີ 18 ຈັດຂຶ້ນຢູ່ ນິວເດລີ, ປະເທດ ອິນເດຍ ໃນທ້າຍອາທິດທີ່ຜ່ານມາ ດ້ວຍໃນຖານະເປັນປະເທດຄູ່ຮ່ວມມືຂອງກຸ່ມ ໄດ້ເປີດຂົງເຂດຕື່ມອີກເພື່ອໃຫ້ ຫວຽດນາມ ຫັນການພົວພັນເປັນຫຼາຍຮູບຫຼາຍແບບ, ເຊື່ອມຕໍ່ກັບບັນດາກຳລັງໜູນພັດທະນາໃໝ່ຢ່າງເລິກເຊິ່ງກວ່າ. ນີ້ແມ່ນການຕີລາຄາຂອງທ່ານ S.D. Pradhan, ອະດີດຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອິນເດຍ, ໃນການໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບຄວາມສຳຄັນຂອງເລື່ອງ ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວດ້ານການທູດທີ່ສຳຄັນນີ້ຂອງ ອິນເດຍ.
ໃນທາງເສດຖະກິດ, ທ່ານ S.D. Pradhan ເຫັນວ່າ ຫວຽດນາມ ສາມາດໝູນໃຊ້ BRICS ເພື່ອຫັນຄູ່ຮ່ວມມືເປັນຫຼາຍຮູບຫຼາຍແບບ, ຍູ້ແຮງການດຶງດູດການລົງທຶນ ແລະ ຖ່ອຍທອດເຕັກໂນໂລຊີ, ພ້ອມກັນນັ້ນ, ກໍ່ເປັນເຈົ້າການເຂົ້າຮ່ວມບັນດາຂໍ້ລິເລີ່ມກ່ຽວກັບການຫັນເປັນດີຈີຕອນ ແລະ ປັນຍາປະດິດ (AI). ກໍ່ຕາມທ່ານແລ້ວ, ຫວຽດນາມ ກໍ່ຄວນນຳໃຊ້ BRICS ຄືດັ່ງ "ໄມ້ງັດ" ເພື່ອຫັນການທູດເປັນຫຼາຍຮູບຫຼາຍແບບ, ຢືດໝັ້ນນະໂຍບາຍບໍ່ຮ່ວມສຳພັນ ແລະ ສືບຕໍ່ຮັກສາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມສຸດຍອດ BRICS, ຜ່ານນັ້ນ, ກໍ່ປັບປຸງການພົວພັນກັບປະເທດເຈົ້າພາບ.






