ຂ່າວສານ

ຫວຽດນາມ ຕ້ອງຫັນ BRICS ຄືດັ່ງ “ໄມ້ງັດ” ເພື່ອຫັນການທູດເປັນຫຼາຍຮູບຫຼາຍແບບ

ຫວຽດນາມ ສາມາດໝູນໃຊ້ BRICS ເພື່ອຫັນຄູ່ຮ່ວມມືເປັນຫຼາຍຮູບຫຼາຍແບບ, ຍູ້ແຮງການດຶງດູດການລົງທຶນ ແລະ ຖ່ອຍທອດເຕັກໂນໂລຊີ
  ທີ່ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ (BRICS) (ພາບ​ປະ​ກອບ: VNA)  

ເລື່ອງ ຫວຽດ​ນາມ ເຂົ້​າ​ຮ່ວມກອງປະຊຸມສຸດຍອດກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຫາກໍ່​ພົ້ນ​ເດ​ັ່ນ (BRICS) ຄັ້ງທີ 18 ຈັດ​ຂຶ້ນ​ຢູ່ ນິວເດລີ, ປະ​ເທດ ອິນ​ເດຍ ໃນທ້າຍອາທິດທີ່ຜ່ານມາ ດ້ວຍໃນຖານະເປັນປະເທດຄູ່ຮ່ວມມື​ຂອງ​ກຸ່ມ ໄດ້ເປີດຂົງ​ເຂດຕື່ມ​ອີກ​ເພື່ອ​ໃຫ້ ຫວຽດນາມ ຫ​ັນ​ການພົວພັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ເຊື່ອມ​ຕໍ່​ກັບ​ບັນ​ດາ​ກຳ​ລັງ​ໜູນພັດທະນາໃໝ່ຢ່າງ​ເລິກ​ເຊິ່ງກວ່າ. ນີ້ແມ່ນການຕີລາຄາຂອງທ່ານ S.D. Pradhan, ອະດີດຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອິນເດຍ, ໃນການໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບຄວາມສຳຄັນຂອງເລື່ອງ ທ່ານ ເລ​ມິນ​ຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມການ​ເຄື່ອນ​ໄຫວ​ດ້ານການທູດ​ທີ່ສຳຄັນນີ້ຂອງ ອິນເດຍ.

​ໃນທາງເສດຖະກິດ, ທ່ານ S.D. Pradhan ເຫັນ​ວ່າ ຫວຽດນາມ ສາມາດໝູນໃຊ້ BRICS ເພື່ອຫັນ​ຄູ່ຮ່ວມມື​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ​ຍູ້​ແຮງ​ການດຶງດູດການລົງທຶນ ແລະ ​ຖ່ອຍ​ທອດເຕັກໂນໂລ​ຊີ, ​ພ້ອມ​ກັນ​ນັ້ນ, ກໍ່ເປັນ​ເຈົ້າ​ການເຂົ້າຮ່ວມ​ບັນ​ດາ​ຂໍ້​ລິ​ເ​ລີ່ມ​ກ່ຽວ​ກັບ​ການຫັນ​ເປັນດີຈີຕອນ ແລະ ປັນຍາປະດິດ (AI). ກໍ່​ຕາມ​ທ່ານ​ແລ້ວ, ຫວຽດນາມ ກໍ່​ຄວ​ນ​ນຳ​ໃຊ້ BRICS ​ຄື​ດັ່ງ "​ໄມ້​ງັດ" ເພື່ອ​ຫັນ​ການທູດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ​ຢືດ​ໝັ້ນ​ນະ​ໂຍ​ບາຍບໍ່ຮ່ວມ​ສຳ​ພັນ ແລະ ສືບຕໍ່ຮັກ​ສາຄະນະຜູ້ແທນ​ຂັ້ນສູງ​ເຂົ້າຮ່ວມກອງປະຊຸມສຸດຍອດ BRICS, ​ຜ່ານນັ້ນ, ກໍ່ປັບ​ປຸງ​ການພົວພັນກັບປະເທດເຈົ້າພາບ.


top