• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕັດສິນໃຈບໍ່ປະໃຫ້ເກີດວິກິດການເສດຖະກິດ ແລະ ສາທາລະນະສຸກ

      ຕອນເຊົ້າວັນທີ 15 ສິງຫາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມແບບທາງໄກ ສະຫຼຸບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ທ້ອງຖິ່ນຕ່າງໆທີ່ພວມປະຕິບັດການແຍກຫ່າງສັງຄົມຕາມຄຳສັ່ງເລກທີ 16.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
      ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງທຸກຂັ້ນ, ທຸກຂະແໜງການ ແລະ ທ້ອງຖິ່ນ ໃນການປະຕິບັດການແຍກຫ່າງສັງຄົມໃນໄລຍະຜ່ານມາ. ດ້ວຍຄວາມມານະພະຍາຍາມເຫຼົ່ານັ້ນ, ຫວຽດນາມ ບັນລຸໄດ້ໝາກຜົນຕັ້ງໜ້າໃນເບື້ອງຕົ້ນ, ແມ່ນຈຸດເລີ່ມຕົ້ນເພື່ອປະຕິບັດດີກວ່າໃນໄລຍະຈະມາເຖິງ.
        ຕາມທ່ານນາຍົກລັດຖະມົນຕີແລ້ວ, ການຕ້ານໂລກລະບາດແມ່ນບໍ່ເຄີຍມີມາກ່ອນ, ສະນັ້ນ ທັງຜັນຂະຫຍາຍປະຕິບັດມາດຕະການຕ່າງໆທັງຖອດຖອນບົດຮຽນ ເພື່ອປະຕິບັດໃຫ້ມີປະສິດທິຜົນ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມຜັນຂະຫຍາຍປະຕິບັດຢ່າງທົ່ວເຖິງໃນທັນທີ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ວາງແຜນການ, ເປົ້າໝາຍ ແລະ ມາດຕະການເພື່ອປະຕິບັດສຳເລັດ, ຕັດສິນໃຈບໍ່ປະໃຫ້ເກີດວິກິດການເສດຖະກິດ ແລະ ສາທາລະນະສຸກ.
        ໃນເມື່ອທີ່ຍັງບໍ່ທັນມີວັກຊິນ ແລະ ຢາປິ່ນປົວນັ້ນ, ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ຕ້ອງຜັນຂະຫຍາຍມາດຕະການແຍກຫ່າງສັງຄົມຢ່າງຂ້ຽວຂາດເພື່ອສະກັດກັ້ນການຕິດເຊື້ອລະຫວ່າງຄົນກັບຄົນ. 
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top