• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍົກສູງບົດບາດສາມັກຄີຂອງອາຊຽນ ໃນການຮັບປະກັນໂຄງປະກອບຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ

ວາ​ລະ​ປະ​ຊຸມ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ
           ​ວັນ​ທີ 15/2, ສະ​ພາ​ຄວາມ​ໝັ້ນ​ຄົງ​ສ​ປ​ຊ ໄດ້​ຈັດ​ວາ​ລະ​ປະ​ຊຸມ​ເປີດ​ເພື່ອ​ປຶກ​ສາ​ຫາ​ລືກ່ຽວ​ກັບ​ຫົວ​ຂໍ້: “ເຄົາ​ລົບ​ບ​ັນ​ດາ​ຄະ​ຕິ​ທຳ, ຈຸດ​ປະ​ສົງ​ຂອງ ກົດ​ບັດ ສ​ປ​ຊ, ປັດ​ໄຈ​ຫລັກ​ແຫລ່ງ​ແກ່ນ​ສານ ເພື່ອ​ຮັກ​ສາ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ ສາ​ກົນ”. ນະ​ທີ່ນີ້ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki moon ໄດ້​ເນັ້ນ​ຫນັກ​ເຖິງ​ບົດ​ບາດ​ຂອງ ສ​ປ​ຊ ໃນ​ການ​ຫນູນ​ຊ່ວຍ​ສ້າງ​ກຳ​ລັງ​ຄວາມ​ສາ​ມາດ​ຊ່ວຍ​ໃຫ້​ບັນ​ດາ​ປະ​ເທດ​ຮັບ​ຮູ້ ແລະ ແກ້​ໄຂ​ການ​ປະ​ທະ​ກັນ ແລະ ວິ​ກິດ​ການ, ຜ່ານ​ບັນ​ດາ​ມາດ​ຕະ​ການ​ສະ​ກັດ​ກັ້ນ.  ທ່ານ Ban ki moon ກໍ​ຢືນ​ຢັນ: ທິດ​ນຳ​ການ​ເຄື່ອນ​ໄຫວ​ຂອງ ສ​ປ​ຊ ແມ່ນ​ອີງ​ໃສ່​ການ​ຮ່ວມ​ມື, ຄວາມ​ໂປ່ງ​ໃສ ແລະ ເຄົາ​ລົບ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ ກົດ​ບັດ ສ​ປ​ຊ.
      ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ, ທ່ານ​ນາງ ຫງວຽນ​ທິ​ເຟືອງ​ງາ, ຫົວ​ຫນ້າ​ຄະ​ນະ​ຜູ້​ຕາງ​ຫນ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ຖື​ວ່າ: ສ​ປຊ ຄວນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຫນູນ​ຊ່ວຍ​ແກ້​ໄຂ​​ຄວາມ​ຂັດ​ແຍ້ງ​ກັນ​ໂດຍສັນ​ຕິ​ ແລະ ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ; ສະ​ພາ​ຄວາມ​ໝັ້ນ​ຄົງ ຄວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ໃນ​ພາກ​ພື້ນ ແລະ ອະ​ນຸ​ພາກ​ພື້ນ, ປະ​ຕິ​ບັດ​ບົດ​ບາດ​ໄກ່​ເກຍ​ປອງດອງ​ເປັນ​ຢ່າງ​ດີ, ລະ​ດົມ​ແຫລ່ງ​ກຳ​ລັງ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ. ທ່ານ​ນາງ ຫງວຽນ​ທິ​ເຟື​ອງ​ງາ ເນັ້ນ​ຫນັກ​ເຖ​ິງ​ບົດ​ບາດ​ສາ​ມັກ​ຄີ​ຂອງ ອາ​ຊຽນ ໃນ​ການ​ຮັບ​ປະ​ກັນ​ໂຄງ​ປະ​ກອບ​ຄວາມ​ໝັ້ນ​ຄົງ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ພິ​ເສດ ຕໍ່​ຫນ້າ​ບັນ​ດາ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ບັນ​ດາ​ການ​ກະ​ທຳ​ພຽງລຳ​ພັງ​ຝ່າຍ​ດຽວ ໃນ​ການ ກໍ່​ສ້າງ, ເປີດກວ້າງ​ເກາະ​ຢ່າງ​ຜິດ​ກົດ​ໝາຍ ກໍ່​ຜົນ​ສະ​ທ້ອນ​ເຖິງ​ສະ​ພາບ​ແວດ​ລ້ອມ ແລະ  ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງຢູ່​ພາກ​ພື້ນ.
 (​ແຫຼ່ງຄັດ​ຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top