• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍາມໃດກໍ່ສະໜັບສະໜູນການພັດທະນາການພົວພັນກັບບັນດາຄູ່ຮ່ວມມືອາຊຽນ, ໃນນັ້ນມີ ອາເມລິກາ

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ ຫງວຽນກວກຢຸງ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ສະແດງໃຫ້ເຫັນຄວາມສຳຄັນຂອງອາເມລິກາຕໍ່ພາກພື້ນອາຊີ - ປາຊີຟິກ. ກໍ່ຄືຖືເປັນສຳຄັນບົດບາດຂອງອາຊຽນ ໃນຍຸດທະສາດຂອງອາເມລິກາ ຕໍ່ກັບພາກພື້ນ.
  ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ ຫງວຽນກວກຢຸງ   

 ກອງປະຊຸມຂັ້ນສູງພິເສດ ອາຊຽນ -ອາເມລິກາ ໄດ້ໄຂຂຶ້ນຢູ່ນະຄອນຫຼວງວໍຊິງຕັນ, ອາເມລິກາ, ໃນໄລຍະແຕ່ວັນທີ 12-13 ພຶດສະພານີ້, ໂດຍການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ. ຕອນສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ ຫງວຽນກວກຢຸງ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ສະແດງໃຫ້ເຫັນຄວາມສຳຄັນຂອງອາເມລິກາຕໍ່ພາກພື້ນອາຊີ - ປາຊີຟິກ. ກໍ່ຄືຖືເປັນສຳຄັນບົດບາດຂອງອາຊຽນ ໃນຍຸດທະສາດຂອງອາເມລິກາ ຕໍ່ກັບພາກພື້ນ. ກອງປະຊຸມຄັ້ງນີ້ຈະແມ່ນໂອກາດເພື່ອໃຫ້ບັນດາການນຳໄດ້ນຳສະເໜີ, ແນະນຳ, ພ້ອມທັງແລກປ່ຽນເຊິ່ງກັນ ແລະ ກັນກ່ຽວກັບທິດທາງການພັດທະນາໃນໄລຍະຈະມາເຖິງນີ້ເປັນຄືແນວໃດ, ພ້ອມດຽວກັນນັ້ນກໍ່ແມ່ນໂອກາດເພື່ອໃຫ້ບັນດາຜູ້ນຳອາຊຽນໄດ້ກ່າວພິນິດໄສ, ສະແດງທັດສະນະ ຂອງຕົນ, ກໍ່ຄືບາງບັນຫາສະເໜີຈາກແງ່ມູມຂອງອາຊຽນ ຕໍ່ກັບ ສະຫະລັດ.

ອາເມລິກາແມ່ນໜຶ່ງໃນບັນດາຄູ່ຮ່ວມມື ຄູ່ເຈລະຈາທີ່ສຳຄັນທີ່ສຸດຂອງອາຊຽນ. ບໍ່ພຽງແຕ່ຫວຽດນາມເທົ່ານັ້ນຫາກບັນດາປະເທດອາຊຽນອື່ນໆ ຍາມໃດກໍ່ຖືເປັນສຳຄັນ ຊຸກຍູ້ການພົວພັນກັບບັນດາປະເທດໃຫຍ່ພິເສດແມ່ນອາເມລິກາ. ຫວຽດນາມ ສະໜັບສະໜູນ ແລະ ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີຄວາມເຂົ້າໃຈເຄົາລົບເຊິ່ງກັນ ແລະ ກັນ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງ ອາຊຽນ - ອາເມລິກາຊຸກຍູ້ການພົວພັນ ອາຊຽນ - ອາເມລິກາ ພັດທະນາເພື່ອຜົນປະໂຫຍດຂອງ 2 ຝ່າຍ. ຫວຽດນາມ ສະໜັບສະໜູນການມີສ່ວນຮ່ວມໃນການສ້າງສາມີຄວາມຮັບຜິດຊອບຂອງ ອາເມລິກາ ຢູ່ພາກພື້ນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາອາຊຽນ ສາມັກຄີໝັ້ນຄົງເຂັ້ມແຂງຮັກສາສະພາບແວດລ້ອມແຫ່ງຄວາມໝັ້ນຄົງສັນຕິພາບການຮ່ວມມືໃນພາກພື້ນ. ຫວຽດນາມ ກໍ່ສະໜັບສະໜູນການເຂົ້າຮ່ວມຂອງອາເມລິກາ ໃນບັນດາກົນໄກໂດຍ ອາຊຽນ ນຳພາ… ກໍ່ຄືການຮ່ວມມືກັບບັນດາປະເທດແມ່ນ້ຳຂອງ ຜ່ານກົນໄກຄູ່ຮ່ວມມືແມ່ ນ້ຳຂອງ - ອາເມລິກາ.

ທ່ານເອກອັກຄະລັດຖະທູດ ຫງວຽນກວກຢຸງ ໃຫ້ຮູ້ວ່າ: ນອກຈາກເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະມີຫຼາຍການເຄື່ອນໄຫວສອງຝ່າຍ, ພົບປະກັບບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານ, ສະພາແຫ່ງຊາດ, ເພື່ອນມິດ, ນັກສຶກສາ ແລະ ບັນດາວິສາຫະກິດ, ກຸ່ມວິສາຫະກິດແຖວໜ້າຂອງ ອາເມລິກາ, ກໍ່ຄືມີການພົບປະກັບຊາວຫວຽດນາມຢູ່ ອາເມລິກາ. ພິເສດ, ທ່ານນາຍົກລັດຖະມົນຕີຈະກ່າວຄຳປາໄສນະໂຍບາຍສຳຄັນຢູ່ສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ (CSIS).

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top