
ເຂົ້າຮ່ວມພິທີດັ່ງກ່າວ, ຝ່າຍ ຫວຽດນາມ ລວມມີ ບັນດາສະຫາຍ ນາຍພົນຈັດຕະວາ ຫງວຽນວັນຕີ໋ນ, ຮອງຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ, ສະຫາຍພັນເອກ ຟ້າມຕ໋ຽນເກື່ອງ, ຜູ້ອຳນວຍການ ຟິມຮູບເງົາ ກອງທັບປະຊາຊົນ ຫວຽດນາມ; ສະຫາຍ ຫງວຽນແທງຕຸ່ງ ທີ່ປຶກສາທູດດ້ານການຕ່າງປະເທດ ສະຖານທູດ ຫວຽດນາມປະຈຳ ສປປ ລາວ ແລະ ສະຫາຍພັນເອກ ຕ່າວວັນຖ໋າຍ, ຜູ້ຊ່ວຍວຽກດ້ານປ້ອງກັນຊາດ ຫວຽດນາມ ປະຈຳ ສປປ ລາວ.
ຝ່າຍ ລາວລວມມີ ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ; ສະຫາຍ ພົນຈັດຕະວາ ສາຍສະໜອນ ສະ¬ຫຼັບແສງ ແສງ ຫົວໜ້າ ກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງ ກອງທັບ ປະຊາຊົນລາວ; ພ້ອມກັນພະນັກງານ, ນາຍທະຫານ ກອງທັບປະຊາຊົນລາວ ແລະ ວົງການສື່ສານສອງປະເທດເຂົ້າຮ່ວມ.
ກ່າວປາໄສທີ່ພິທີມອບ-ຮັບຊຸດຟິມຮູບເງົາດັ່ງກ່າວ, ຜູ້ອຳນວຍການ ຟິມຮູບເງົາ ກອງທັບປະຊາຊົນ ຫວຽດນາມ, ສະຫາຍພັນເອກ ຟ້າມຕ໋ຽນເກື່ອງ ໃຫ້ຮູ້ກ່ຽວກັບ ແຜນການຜະລິດຟິມຮູບເງົາທີ່ໃສ່ຊື່: “70 ເຕີບໃຫຍ່ເຂັ້ມແຂງໃຕ້ຮົ່ມທຸງອັນສະຫງ່າລາສີຂອງພັກ” ໄດ້ຜູ້ນຳ ກະຊວງປ້ອງກັນປະເທດ ສອງປະເທດ ຫວຽດນາມ-ລາວ ອະນຸມັດຜ່ານ; ຟິມຮູບເງົາກອງທັບປະຊາຊົນຫວຽດນາມ ແລະ ກົມໂຄສະນາສຶກສາ, ກົມໃຫຍ່ການເມືອງ ກອງທັບປະຊາຊົນ ລາວ ໄດ້ປະສານສົມທົບ ຢ່າງແໜ້ອນແຟ້ນ ກັບບັນດາກົມກອງພື້ນຖານທີ່ກ່ຽວຂ້ອງ.
ຜ່ານຜ່າທຸກຄວາມຫຍຸ້ງຍາກກ່ຽວກັບດ້ານພູມສາດ ແລະ ພູມອາກາດ, ພາຍຫຼັງການເຮັດວຽກຢ່າງຕັ້ງອົກຕັ້ງໃຈ ແລະ ຮ້ອນເຄືອງເປັນເວລາ 5 ເດືອນ, ຊຸດຟິມຮູບເງົາ ດັ່ງກ່າວໄດ້ສຳເລັດກົງກັບໂອກາດສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງ ກອງທັບປະຊາຊົນ ລາວ.
ຊຸດຟິມຮູບເງົາໄດ້ສະແດງໃຫ້ເຫັນທາດແທ້ ຂອງກອງທັບປະຊາຊົນລາວ ແມ່ນກຳເນີດເກີດຂຶ້ນຈາກປະຊາຊົນ, ມີຈຸດໝາຍສູ້ຮົບເພື່ອປະຊາຊົນບັນດາເຜົ່າ. ນັບຕັ້ງແຕ່ເມື່ອໄດ້ຮັບການສ້າງຕັ້ງ, ທະຫານປະເທດລາວ ໄດ້ສະແດງໃຫ້ເຫັນທາດແທ້ ຂອງກອງທະຫານປະຕິວັດ; ເນັ້ນໜັກການສຳເລັດຊຸດຟິມຮູບເງົາ ກ່ອນໂອກາດສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງກອງທັບປະຊາຊົນລາວ ເປັນການຢືນຢັນ ຢ່າງແຈ້ງຊັດ ໃນການຮ່ວມມື ລະຫວ່າງ ກອງທັບສອງປະເທດ ກໍຄື ລະຫວ່ງກົມໃຫຍ່ການເມືອງ ກອງທັບສອງປະເທດ ຫວຽດນາມ-ລາວ; ປະກອບສ່ວນຮັດແໜ້ນ ຄວາມສາມັກຄີ, ຄວາມໄມຕີຈິດມິດຕະພາບອັນເປັນພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ.
ພາຍຫຼັງພິທີມອບ-ຮັບຟິມຮູບເງົາ, ໂດຍໄດ້ຮັບ ມອບໜ້າທີ່ ຈາກສະຫາຍ ພົນຕີ ເລືອງເກື່ອງ, ເລຂາສູນກາງພັກ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ, ສະຫາຍພັນເອກ ຕ່າວວັນຖ໋າຍ, ອຸປະທູດ ກະຊວງປ້ອງກັນຊາດ ຫວຽດນາມ ປະຈຳລາວ ໄດ້ຂຶ້ນມອບໃຫ້ໂຮງຮຽນ ທິດສະດີ ການເມືອງ ກອງທັບປະຊາຊົນ ລາວ ຄອມພິວເຕີຕັ້ງໂຕະ ຍີ່ຫໍ້ Dell 35 ຊຸດ, ຄອມພິວເຕີໂນ໊ດບຸກ 25 ເຄື່ອງ, ຈັກພິມ ຍີ່ຫໍ້ HP 35 ໜ່ວຍ, ເຄື່ອງສາຍ ຍີ່ຫໍ້ Viewsonic ແລະ ໂປແຈັກເຕີ 25ຊຸດເຊິ່ງການມອບຄັ້ງນີ້ຈະປະກອບສ່ວນໂດຍກົງໃນການຍົກສູງຄຸນນະພາບໃນການຮຽນ ແລະ ສອນ ຂອງ ໂຮງຮຽນ.
ຕາງໜ້າພະນັກງານ, ນັກຮົບ ໃນກອງທັບປະຊາຊົນລາວ ສະຫາຍພົນຈັດຕະວາ ສາຍສະໝອນ ສະລັບແສງ ໝັ້ນໝາຍວ່າ ຈະນຳໃຊ້ຊຸດຟິມຮູບເງົາ ສຳລັບວຽກງານ ໂຄສະນາເຜີຍແຜ່, ສຶກສາດ້ານແນວຄິດ-ການເມືອງ ໃຫ້ແກ່ພະນັກງານ, ນັກຮົບ ໃນທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າລາວ ຢ່າງມີປະສິດທິຜົນ ແລະ ນຳໃຊ້ຈຳນວນຂອງຂວັນຄັ້ງນີ້ ຂອງ ພົນໂທ ເລືອງເກື່ອງ ສຳລັບການຄົ້ນຄວ້າ ແລະ ສຶກສາຮຳ່ຮຽນ ໃນໂຮງຮຽນໃຫ້ບັນລຸປະສິດທິຜົນສູງສຸດ.
ໂດຍ: VNA/VNP