• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຈະປັບໄໝລົງໂທດຢ່າງເຂັ້ມງວດຕໍ່ການລະເມີດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ

      ຫົວໜ້າຄະນະຊີ້ນໍາບັນດາແຂວງນະຄອນ, ອົງການຮັບຜິດຊອບ ແລະ ຜູ້ອໍານວຍການໂຮງໝໍ ຕ້ອງມີຄວາມຮັບຜິດຊອບ ຖ້າຫາກປະໃຫ້ໂລກລະບາດແຜ່ລະບາດ, ບໍ່ກວດພົບກໍລະນີຕິດເຊື້ອໄດ້ຢ່າງທັນການ.

ກອງປະຊຸມຂອງຄະນະຊີິ້ນໍາແຫ່ງຊາດ ທີ່ຈັດຂ້ຶນໃນວັນທີ 6 ສິງຫາ ຢູ່ສໍານັກງານລັດຖະບານ (ພາບ: TTXVN)
      ບັນດາສະມາຊິກໃນຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ຕົກລົງເປັນເອກະພາບຄືແນວນັ້ນ ໃນກອງປະຊຸມທີ່ຈັດຂ້ຶນໃນວັນທີ 6 ສິງຫາ ຢູ່ສໍານັກງານລັດຖະບານ.
        ບັນດາສະມາຊິກຄະນະຊີ້ນໍາແຫ່ງຊາດ ແລະ ບັນດານັກຊ່ຽວຊານດ້ານສາທາລະນະສຸກໃຫ້ຂໍ້ສັງເກດວ່າ, ປະມານ 01 ອາທິດຈະມາເຖິງ, ຄາດວ່າຈະມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ເພີ່ມຕື່ມອີກ ທີ່ມີສ່ວນກ່ຽວຂ້ອງເຖິງໂຮງໝໍ ດ່າໜັງ ຫຼື ໃນບາງບໍລິເວນອື່ນໆຂອງນະຄອນດ່າໜັງ. ຄະນະຊີ້ນໍາສືບຕໍ່ຢັ້ງຢືນວ່າ  ຍັງມີຄວາມສ່ຽງຊ້ອນແຝງຢູ່ບັນດາແຂວງ, ນະຄອນອື່ນ ແລະ ແຫຼ່ງແຜ່ລະບາດບໍ່ພຽງແຕ່ແມ່ນຜູ້ທີ່ກັບມາຈາກດ່າໜັງເທົ່ານັ້ນ. ທ່ານຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນໍາແຫ່ງຊາດ ຖືວ່າ:
        ບັນດາແຂວງຕ້ອງຊີ້ນໍາປະຕິບັດບັນດາຄໍາຊີ້ນໍາຂອງນາຍົກລັດຖະມົນຕີ, ຂອງຄະນະຊີ້ນໍາ, ຂອງຂະແໜງສາທາລະນະສຸກກ່ຽວກັບການຄຸ້ມຄອງຜູ້ທີ່ກັບມາຈາກດ່າໜັງ ໃຫ້ເຂັ້ມງວດ. ຄະນະຊີ້ນໍາ ສະເໜີໃຫ້ ລັດຖະບານ ປັບໄໝລົງໂທດທ້ອງຖິ່ນທີ່ລະເມີດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ, ການນໍາບັນດາທ້ອງຖິ່ນຕ້ອງເປັນຜູ້ຮັບຜິດຊອບ, ຫົວໜ້າຄະນະຊີ້ນໍາຕ້ອງເປັນຜູ້ຮັບຜິດຊອບ”.
        ບັນດາຮາກຖານກວດ, ປິ່ນປົວພະຍາດ ຕ້ອງຮັບປະກັນຄວາມປອດໄພໃຫ້ແກ່ຜູ້ມາກວດ, ປິ່ນປົວພະຍາດ. ໂຮງໝໍແຫ່ງໃດມີການລະເມີດແມ່ນ ຜູ້ອໍານວຍການໂຮງໝໍ ແລະ ອົງການກ່ຽວຂ້ອງຕ້ອງຮັບຜິດຊອບ. 
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມ​ິງ​ຈິງ ແລະ ທ່ານ​ຮອງ​ປະ​ທານ​າ​ທິ​ບໍ​ດີ ຕວັກ​ກີ ​ຖະ​ແຫຼງ​ຂ່າ​ວ​ສື່ມວນ​ຊົນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມ​ິງ​ຈິງ ແລະ ທ່ານ​ຮອງ​ປະ​ທານ​າ​ທິ​ບໍ​ດີ ຕວັກ​ກີ ​ຖະ​ແຫຼງ​ຂ່າ​ວ​ສື່ມວນ​ຊົນ

ຕອນບ່າຍວັນທີ 29 ພະຈິກ ຕາມເວລາທ້ອງຖິ່ນ, ຢູ່ຕວັກກີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານຮອງປະທານາທິບໍດີ ຕວັກກີ Cevdet Yilmaz ໄດ້ຖະແຫຼງຂ່າວສື່ມວນຊົນພາຍຫຼັງການເຈລະຈາ.

Top