• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຈະບັນລຸໄດ້ເປົ້າໝາຍເຕີບໂຕເປັນບວກໃນປີນີ້

      ຕອນເຊົ້າວັນທີ 2 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມລັດຖະບານປະຈຳເດືອນ ກັນຍາ.

ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN) 
      ນີ້ແມ່ນກອງປະຊຸມສຳຄັນໃນສະພາບການປະເທດຊາດໄດ້ຜ່ານຜ່າມາໄດ້9 ເດືອນຂອງປີ 2020 ແລ້ວ, ເພື່ອປຶກສາຫາລືມາດຕະການຊຸກຍູ້ເສດຖະກິດສັງຄົມໃນ 3 ເດືອນທີ່ຍັງເຫຼືອຂອງປີ 2020.
            ໃນໄຕມາດທີ 3 ເສດຖະກິດ ຫວຽດນາມ ເພີ່ມຂຶ້ນ 2,62% ແມ່ນພື້ນຖານເພື່ອຢັ້ງຢືນວ່າ ປີນີ້ ຫວຽດນາມ ມີການເຕີບໂຕເປັນບວກ, ບັນລຸໄດ້ລະດັບແຕ່ 2 – 3%, ຢືນຢູ່ອັນດັບທີ 1 ຂອງອາຊຽນ ແລະ ອັນດັບທີ 2 ໃນບັນດາປະເທດອາຊີ - ປາຊີຟິກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ:
            ສິ່ງທີ່ເປັນໜ້າປະທັບໃຈແມ່ນການສົ່ງອອກຂອງວິສາຫະກິດ ຫວຽດນາມ ມີການເຕີບໂຕ ກ່ວາ 20%. ແຕ່ກ່ອນ, ການເຕີບໂຕສົ່ງອອກຕົ້ນຕໍແມ່ນ FDI, ປັດຈຸບັນການເຕີບໂຕ ສົ່ງອອກແມ່ນວິສາຫະກິດພາຍໃນປະເທດ. ໃນນັ້ນຂະແໜງກະສິກຳ ສູ້ຊົນສົ່ງອອກບັນລຸໄດ້ກ່ວາ 41 ຕື້ USD ດ້ວຍໂຮງງານປຸງແຕ່ງໃໝ່ຫຼາຍແຫ່ງ, ຜະລິດຕະພັນກະເສດຫຼາຍຢ່າງ, ພິເສດແມ່ນການຂຸດຄົ້ນສັນຍາການຄ້າເສລີ ຫວຽດນາມ - Eu ຢ່າງມີປະສິດທິຜົນ ແລະ ທັນການ.
            ຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ໃຫ້ຮູ້ວ່າ: ການຜະລິດອຸດສາຫະກຳ ໃນ 9 ເດືອນມີການເຕີບໂຕກ່ວາເກົ່າ, ເພີ່ມຂຶ້ນ 3,8% ເປີດສ້າງຄວາມຫວັງໃຫ້ແກ່ການຟື້ນຟູຢ່າງແຮງໃນໄລຍະຈະມາເຖິງ. ການຄ້າ ແລະ ການບໍລິການບັນລຸໝາກຜົນທີ່ຕັ້ງໜ້າກ່ວາອີກ.  ໃນເດືອນກັນຍາເຖິງວ່າເປົ້າໝາຍຄວບຄູ່ໄດ້ປະຕິບັດເປັນຢ່າງດີກໍ່ຕາມ, ແຕ່ທ່ານນາຍົກລັດຖະມົນຕີກໍ່ຖືວ່າ ຍັງປະສົບກັບຄວາມຫຍຸ້ງຍາກໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ນຳວ່າ:
        ພວມເຮົາຕ້ອງຜັນຂະຫຍາຍໝາກຜົນທີ່ບັນລຸໄດ້, ສືບຕໍ່ປະຕິບັດ ຢ່າງແຮງກ່ວາອີກກ່ຽວກັບການການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ບັນຫາຫັນເປັນດີຈີຕອນ, ການປະຕິວັດ 4.0 ແລະ ກາລະໂອກາດໃຫ້ແກ່ ຫວຽດນາມ . ພວກເຮົາຄວນເພີ່ມທະວີການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກຸ້ມຕົນເອງຢ່າງແຮງກ່ວາອີກໃນການພັດທະນາປະເທດຊາດ. ຍິ່ງກ່ວາເວລາໃດໝົດ, ໃນໄລຍະຈະມາເຖິງ, ປີ 2021ຕ້ອງມີຈິດໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອພັດທະນາ.
(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ ​ຄັ້ງ​ທີ 8 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIII ຢ່າງ​ສົມ​ກຽດ

ໄຂ​ກອງ​ປະ​ຊຸມ​ ​ຄັ້ງ​ທີ 8 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIII ຢ່າງ​ສົມ​ກຽດ

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ເນັ້ນໜັກວ່າ ກອງປະຊຸມຄັ້ງນີ້ຈະພິຈາລະນາ, ຕັດສິນຫຼາຍບັນຫາສຳຄັນຍິ່ງ, ມີຄວາມໝາຍສຳຄັນທີ່ສຸດ.

Top