• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ກຽມພ້ອມໃຫ້ງານແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 12

      
ບັນດານັກແຂ່ງຂັນ ຫວຽດນາມ ເຂົ້າຮ່ວມ ງານແຂ່ງຂັນສີມືແຮງງານ
      ພິທີເລີ່ມເຄື່ອນໄຫວໄປເຂົ້າຮ່ວມງານແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 12 ຢູ່ປະເທດໄທ ຂອງຄະນະ ຫວຽດນາມ ຖືກຈັດຂຶ້ນໃນຕອນເຊົ້າວັນທີ 23 ສິງຫາ, ຢູ່ຮ່າໂນ້ຍ. ເຂົ້າຮ່ວມງານແຂ່ງຂັນສີມືແຮງງານພາກພື້ນຄັ້ງນີ້, ຫວຽດນາມ ມີນັກແຂ່ງຂັນ 52 ຄົນ, ເຂົ້າຮ່ວມງານແຂ່ງຂັນໃນ 26 ສາຂາວິຊາຊ່າງ. ນີ້ລ້ວນແຕ່ແມ່ນບັນດາຄົນງານບັນລຸຜົນງານສູງໃນການແຂ່ງຂັນສີມືແຮງງານລະດັບຊາດ. ເພື່ອກະກຽມໃຫ້ແກ່ງານແຂ່ງຂັນສີມືແຮງງານ ອາຊຽນ, ທິມຊາດ ຫວຽດນາມ ໄດ້ຮັບການຝຶກອົບຮົມກ່ອນນີ້ 2 ເດືອນ ແລະ ໄດ້ກຽມພ້ອມແຂ່ງຂັນລະດັບພາກພື້ນນີ້. ນ້ອງຈິງວັນຂາຍ, ນັກແຂ່ງຂັນສາຂາວິຊາຊ່າງ ແບ່ງປັນວ່າ:
        ຂ້າພະເຈົ້າມີຄວາມຕື່ນເຕັ້ນຫຼາຍ. ຕາມນ້ອງແລ້ວ, ສິ່ງສຳຄັນທີ່ສຸດນັ້ນແມ່ນໃນງານແຂ່ງຂັນຈະມາເຖິງຕ້ອງມີຄວາມເຊື່ອໝັ້ນຕົນເອງ. ປີນີ້, ງານແຂ່ງຂັນໄດ້ຮັບການຈັດຕັ້ງຢູ່ປະເທດໄທ ຕ້ອງເຮັດກິດຈະກຳກ່ຽວກັບວັດຄຳ ແລະ ໂຕຊ້າງ. ສຳລັບນ້ອງແລ້ວ, ມັນບໍ່ຫຍຸ້ງຍາກຫຼາຍ, ຍ້ອນນ້ອງໄດ້ຜ່ານງານແຂ່ງຂັນລະດັບຂະແໜງ ແລະ ລະດັບຊາດຫຼາຍຄັ້ງມາແລ້ວ. ນ້ອງຫວັງວ່າຈະຍາດໄດ້ລາງວັນສູງໃນງານແຂ່ງຂັນຈະມາເຖິງ.
ງານແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 12 ຈະໄດ້ຈັດຕັ້ງແຕ່ວັນທີ 26 ສິງຫາ 2018 ຮອດວັນທີ 5 ກັນຍາ 2018 ຢູ່ແຂວງ ນົນທະບູລີ, ປະເທດໄທ. ດ້ວຍສານທີ່ວ່າ “ASEAN Skills, Crafting the Future” -  “ສີມືແຮງງານ ອາຊຽນ, ສ້າງສັນອະນາຄົດ”, ງານແຂ່ງຂັນຄັ້ງນີ້ໄດ້ດຶງດູດນັກແຂ່ງຂັນເກືອບ 340 ຄົນທີ່ມາຈາກ 10 ປະເທດ ໃນ 26 ອາຊີບ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ອຳນາດການປົກຄອງ ແລະ ປະຊາຄົມວິສາຫະກິດລັດ Lower Saxony ປາດຖະໜາຢາກສ້າງຕັ້ງການພົວພັນແລກປ່ຽນຄະນະຜູ້ແທນ ແລະ ສ້າງການພົວພັນຄູ່ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ.

Top