• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ກຽມພ້ອມຕ້ອນຮັບການລົງທຶນເຂົ້າຂະແໜງ ເຄື່ອງເຄິ່ງຊັກນຳໄຟຟ້າ

ວິສາຫະກິດ, ກຸ່ມບໍລິສັດໃຫຍ່ໃນໂລກພວມເອົາໃຈໃສ່ລົງທຶນພັດທະນາຂະແໜງອຸດສາຫະກຳ ເຄື່ອງເຄິ່ງຊັກນຳໄຟຟ້າ ຢູ່ ຫວຽດນາມ ແລະ ລັດຖະບານໄດ້ມອບໃຫ້ບັນດາກະຊວງ, ຂະແໜງການ, ພິເສດແມ່ນກະຊວງແຜນການ ແລະ ການລົງທຶນ ຜັນຂະຫຍາຍຫຼາຍວຽກງານ...
ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໋ຢຸ້ງ (ພາບ: chinhphu.vn)

ວັນທີ 2 ມັງກອນ, ເມື່ອຕອບສຳພາດຕໍ່ສື່ມວນຊົນ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໋ຢຸ້ງ ໃຫ້ຮູ້ວ່າ: ວິສາຫະກິດ, ກຸ່ມບໍລິສັດໃຫຍ່ໃນໂລກພວມເອົາໃຈໃສ່ລົງທຶນພັດທະນາຂະແໜງອຸດສາຫະກຳ ເຄື່ອງເຄິ່ງຊັກນຳໄຟຟ້າ ຢູ່ ຫວຽດນາມ ແລະ ລັດຖະບານໄດ້ມອບໃຫ້ບັນດາກະຊວງ, ຂະແໜງການ, ພິເສດແມ່ນກະຊວງແຜນການ ແລະ ການລົງທຶນ ຜັນຂະຫຍາຍຫຼາຍວຽກງານ, ສະແດງຄວາມພ້ອມຕ້ອນຮັບກະແສລົງທຶນໃໝ່ເຂົ້າຂະແໜງເຄື່ອງເຄິ່ງຊັກນຳໄຟຟ້າ ຢູ່ ຫວຽດນາມ. ກະຊວງແຜນການ ແລະ ການລົງທຶນ ພວມເປັນເຈົ້າການ, ສ້າງແຜນຮ່າງພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຂະແໜງ ເຄື່ອງເຄິ່ງຊັກນຳໄຟຟ້າ ຢູ່ ຫວຽດນາມ ຮອດປີ 2030 ດ້ວຍເປົ້າໝາຍບຳລຸງສ້າງນັກວິສະວະກອນ 50.000 ຄົນ. ຫວຽດນາມ ກໍ່ໄດ້ສ້າງສູນນະວັດຕະກຳແຫ່ງຊາດ (NIC) ແລະ ເຊັນແຜນການຮ່ວມມື ກັບ 2 ກຸ່ມບໍລິສັດອອກແບບ ຊິບ ໃຫຍ່ສຸດຂອງ ອາເມລິກາ ເຊິ່ງແມ່ນ Synopsys ແລະ Garden ເພື່ອສ້າງສູນຄົ້ນຄ້ວາ, ອອກແບບ ຊິບ ໃນບັນດາຮາກຖານຂອງ NIC.

ກ່ຽວກັບດ້ານພື້ນຖານໂຄງລ່າງ, ບັນດາທ້ອງຖິ່ນໄດ້ກຽມພ້ອມພື້ນທີ່ເພື່ອສະໜອງໃຫ້ບັນດາວິສາຫະກິດ ເຄື່ອງເຄິ່ງຊັກນຳໄຟຟ້າ; ພື້ນຖານໂຄງລ່າງຄົມມະນາຄົມຍຸດທະສາດເຊື່ອມຕໍ່ບັນດາສູນເສດຖະກິດ, ທ່າກ່ຳປັ່ນທະເລ, ສະໜາມບິນ ກໍ່ພວມໄດ້ຮັບການເພີ່ມທະວີ. ນອກຈາກນັ້ນ, ບັນດາທ້ອງຖິ່ນກໍ່ກະກຽມຄວາມພ້ອມບັນດາບັນຫາກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ, ໄຟຟ້າ, ນ້ຳ, ພື້ນຖານໂຄງລ່າງສັງຄົມໃຫ້ແກ່ກຳມະກອນໃນຂະແໜງ ເຄື່ອງເຄິ່ງຊັກນຳໄຟຟ້າເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ເຊື່ອມ​ຊືມ​ຢ່າງ​ເລິກ​ເຊິ່ງ, ກຳ​ແໜ້ນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ກ່ຽວ​ກັບ​ກອງ​ທັບ, ການ​ປ້ອງ​ກັນ​ຊາດ.

Top