• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມໜູນຊ່ວຍບັນດາກອງພົນຫລວງຂອງລາວໃຫ້ກາຍເປັນກຳລັງຫລວງທີ່ທັນສະໄໝ


ພິທີ​​ເຊັນມອບຮັບ​ຂອງຂວັນ​ຂອງ​ທ່ານ​ພົນ​ໂທ ​ເລືອ​ງ​ເກື່ອ​ງ
(ພາບ: TTXVN)
      ​ເຊົ້າ​ວັນ​ທີ 30/08 ຢູ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ ທີ່​ນະຄອນຫລວງ ວຽງ​ຈັນ ​ໄດ້​ດຳ​ເນີນ​ພິທີ​​ເຊັນມອບຮັບ​ເຄື່ອງ​ຄອມ​ພິວ​ເຕີ Dell 75 ຊຸດ ​ແລະ ​ເຄື່ອງ​ພິມ Canon 75 ຊຸດ, ​ເຊິ່ງ​ແມ່ນ​ຂອງຂວັນ​ຂອງ​ທ່ານ​ພົນ​ໂທ ​ເລືອ​ງ​ເກື່ອ​ງ ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ, ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ ຫວຽດນາມ ​ແລະ ກົມ​ການ​ພົວພັນ​ຕ່າງປະ​ເທດ, ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໃຫ້​ບັນດາ​ກອງ​ພົນ​ຫລວງ 1,2,3,4,5 ຂອງ​ກອງທັບ​ປະຊາຊົນ ລາວ. ນີ້​ແມ່ນຂໍ້​ຕົກລົງ​ລະຫວ່າງ​ການ​ນຳ​ກົມ​ໃຫຍ່ການ​ເມືອງ​ກອງທັບ​ປະຊາຊົນ ຫວຽດນາມ ​ແລະ ການ​ນ​​​ຳກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ ລາວ ​ໃນ​ການ​ຢ້ຽມຢາມ​ມິ​ດຕະພາບ ສປປ.ລາວ ຢ່າງ​ເປັນ​ທາງການ​ຂອງ​ທ່ານພົນ​ໂທ ເລືອ​ງ​ເກື່ອ​ງ ​ໃນ​ລະຫວ່າງ​ວັນ​ທີ 11 – 14/07/2016. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້ ທ່ານ​ພົນ​ຈັດຕະວາ ສົມ​ທອງ ພົມມະ​ວົງ ຮອງ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ ລາວ ຂອບ​ໃຈ​ຢ່າງ​ຈິງ​ໃຈຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ພັກ, ລັດ, ກອງທັບ ​ແລະ ປະຊາຊົນ ຫວຽດນາມ ທີ່ສະຫງວນ​ໃຫ້ ລາວ ​ແລະ ຢືນຢັນ​ວ່າ: ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ 2 ກອງທັບ​ເວົ້າ​ສະ​ເພາະ ​ແລະ 2 ປະ​ເທດ​ເວົ້າ​ລວມ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top